🔥ທ່ານ ຫງວຽນ ຊວັນຟຸກ ປະທານປະເທດ ສສ ຫວຽດນາມ ລາອອກຈາກຕຳແໜ່ງ 🇻🇳•
ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ,
ວັນທີ 17 ມັງກອນ 2023 ຢູ່ນະຄອນຫລວງ ຮ່າໂນ້ຍ, ຄະນະ ບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ
ຊຸດທີ XIII ໄດ້ຈັດ ກອງປະຊຸມ ພິຈາລະນາ ແລະ ປະກອບ ຄຳ ເຫັນ ກ່ຽວກັບ ຄວາມປາດຖະໜາ ຢາກລາອອກ ຈາກບັນດາ ຕຳແໜ່ງ, ຂໍພັກ ບຳນານ ຂອງ ທ່ານ ຫງວຽນ
ຊວັນຟຸກ, ກຳມະການ ກົມການເມືອງ, ສູນກາງພັກ ຊຸດທີ XIII, ປະທານປະເທດ ສສ ຫວຽດ ນາມ, ປະທານ ສະພາ ປ້ອງກັນຊາດ,
ປ້ອງກັນ ຄວາມສະຫງົບ ອາຍຸການ 2021 – 2026. ໂດຍອີງ ໃສ່ ຂໍ້ກຳນົດ ປັດຈຸບັນ ຂອງພັກ, ລັດ ແລະ ພິຈາລະນາ ທ່ານ ຫງວຽນ ຊວັນ ຟຸກ.
ຄະນະ ບໍລິຫານງານ ສູນກາງພັກ ໄດ້ຕົກລົງ ອະນຸຍາດໃຫ້ ທ່ານ ຫງວຽນ ຊວັນຟຸກ ລາອອກ ຈາກການດຳລົງ ບັນດາ ຕຳແໜ່ງ
ດັ່ງກ່າວ ແລະ ມອບໃຫ້ ກົມການເມືອງ ສູນກາງພັກ ຊີ້ນຳ ບັນດາ ອົງການສຳ ນັກ ງານ ທີ່ກ່ຽວຂ້ອງ ຜັນຂະຫຍາຍ ປະຕິບັດ ລະບຽບການຕ່າງໆ ຕາມກຳນົດ