ແຈ້ງທຶນການສຶກສາຂອງມະຫາວິທະຍາໄລ ຢູ່ປະເທດສະວິດເຊີແລນ ສຳລັບສົກປີ 2023-2024
ຫ້ອງການກະຊວງສຶກສາທິການ ແລະ ກິລາ ຂໍແຈ້ງມາຍັງທ່ານຊາບວ່າ:
ມະຫາວິທະຍາໄລການທູດ ແລະ ພົວພັນສາກົນ ຂອງປະເທດສະວິດເຊີແລນ ເຊື້ອເຊີນເຂົ້າຮ່ວມໂຄງການຂອງ ມະຫາວິທະຍາໄລໃຫ້ສະໝັກທຶນການສຶກສາແກ່ ສປປ ລາວ ໄປຮຽນທີ່ ມະຫາວິທະຍາໄລ ດັ່ງກ່າວ ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ,
ເປັນທຶນເປີດກວ້າງທົ່ວໄປທັງພາກລັດ ແລະ ເອກະຊົນ.ສ່ວນຄ່າໃຊ້ຈ່າຍເຂົ້າໃນການສຶກສາ ແລະ ອື່ນໆ ແມ່ນໃຫ້ນັກສຶກສາຮັບຜິດຊອບເອງທັງໝົດ.
ເງື່ອນໄຂຂອງຜູ້ສະໝັກ ແລະ ວິຊາຮຽນ ລາຍລະອຽດເພີ້ມເຕີມ ແມ່ນຂໍສະເໜີໃຫ້ຜູ້ສະໝັກເບິ່ງ ເພີ້ມເຕີມຕາມເວັບໄຊ ກ້ອງຄອມເມັ້ນ
ສະນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ສົ່ງຜູ້ສະໝັກໃຫ້ທັນເວລາດ້ວຍ.
ພະແນກຄຸ້ມຄອງທຶນການສຶກສາ ແລະ ນັກສຶກສາ, ກະຊວງສຶກສາທິການ ແລະ ກິລາ(ເຂດກິລາເຈົ້າອານຸວົງ)ໂທ021 255033, 255035. ອີເມລ: dsa.moes@yahoo.com
