ວັນທີ 19 ມັງກອນ 2022 ນີ ກະຊວງປ້ອງກັນຄວາມສະຫງົບ ກົມໃຫຍ່ພະລາທິການ ອອກຫນັງສືແຈ້ງການ
ກ່ຽວກັບການຄິດໄລ່ດັດຊະນີເງິນ ເດືອນພື້ນຖານ ເພີ່ມອຸດຫນູນຄ່າຄອງຊີບ ຂອງນາຍ ແລະ ພົນຕໍາຫຼວດ, ພະນັກງານບໍານານ.
ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົມໃຫຍ່ພະລາທິການ ສະບັບເລກທີ 175/ປກສ, ລົງວັນທີ 31 ມັງກອນ 2012.
ອີງຕາມ ຄໍາແນະນໍາ ຂອງກະຊວງການເງິນ ວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2023 ສະບັບເລກທີ 3736/ກງ ລົງວັນທີ 25 ພະຈິກ 2022.
ກົມໃຫຍ່ພະລາທິການ ປ້ອງກັນຄວາມສະຫງົບ ຂໍຖືເປັນກຽດແຈ້ງມາຍັງທ່ານຫົວຫນ້າ ຫ້ອງວ່າການກະຊວງ, ກົມໃຫຍ່, ກົມ, ກອງບັນຊາການ, 2 ວິທະຍາຄານ ແລະ ກອງບັນຊາການ ປ້ອງກັນຄວາມສະຫງົບ ຂັ້ນ ແຂວງ- ນະຄອນຫຼວງຊາບ:
ກ່ຽວກັບການຄິດໄລ່ດັດຊະນີເງິນເດືອນ ພື້ນຖານ, ເພີ່ມອຸດຫນູນຄ່າຄອງຊີບ ຂອງນາຍ ແລະ ພົນຕໍາຫຼວດ, ພະນັກງານບໍານານໃຫ້ຄິດໄລ່ ມູນຄ່າ 7.350 ກີບ/ດັດຊະນີ ແລະ ເພີ່ມເງິນ ອຸດຫນູນຄ່າຄອງ ຊີບ 150.000 ກີບ/ຄົນ/ເດືອນ (ເງິນອຸດຫນູນນຄ່າຄອງຊີບ ບໍ່ໃຫ້ຄິດໄລ່ພັນທະອາກອນ ແລະ ບໍ່ຫັກ 8% ເຂົ້າ ປະກັນສັງຄົມ).
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
