🇨🇳 ແຈ້ງທຶນການສຶກສາ CHINA-AUN SCHOLARSHIP ປະເທດ ສປ. ຈີນ ປະຈຳປີ 2023-2024 !!!
ຫ້ອງການກະຊວງສຶກສາທິການ ແລະ ກິລາ ແຈ້ງມາຍັງພະນັກງານ ແລະ ນັກສຶກສາຊາບວ່າ: CHINA-AUNSCHOLARSHIPປະເທດ ສປ. ຈີນ ສະເໜີໃຫ້ທຶນການສຶກສາແກ່ບັນດາປະເທດອາຊຽນຄື:
ປະເທດ Brunei,Cambodia, Indonesia, Lao, Malaysia, Myanmar, Philippines, Singapore, Thailand and Vietnamຈໍານວນ 30 ທຶນ ໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ຫຼັກສູດການຮຽນ – ການສອນ ເປັນພາສາຈີນ ແລະ ອັງກິດ
!ໂດຍເປີດຮັບສະໝັກຜູ້ທີ່ມີຄວາມສົນໃຈ ແລະ ຈຸດປະສົງໄປຮຽນທີ່ປະເທດດັ່ງກ່າວ ພາຍໃຕ້ທຶນການສຶກສາຂອງChinese Government Scholarship-AUN Program ເງື່ອນໄຂຝ່າຍໃຫ້ທຶນຮັບຜິດຊອບມີ: ຄ່າຮຽນ, ທີ່ພັກ ແລະເບ້ຍລ້ຽງປະຈຳເດືອນ ແລະ ຄ່າປະກັນສຸຂະພາບ.I. ເງື່ອນໄຂຂອງຜູ້ສະໝັກ
– ຕ້ອງເປັນຄົນລາວຖືສັນຊາດລາວ ສະໝັກປະລິນຍາໂທ ອາຍຸບໍ່ເກີນ 35 ປີ ແລະ ປະລິນຍາເອກ 40 ປີ;
– ສໍາເນົາ Passport (ຫົວສີຟ້າ);
– ສຳເນົາໃບປະກາສະນິຍະບັດ ແລະ ໃບຄະແນນ ຕາມລະດັບຂອງການສະໝັກ;
– ແຜນຮຽນ ຫຼື ບົດຄົ້ນຄວ້າ (Study Plan or Research Proposal);
– ໜັງສືຢັ້ງຢືນຈາກຫົວໜ້າບ່ອນທີ່ຕົນສັງກັດຢູ່ ຫຼື ຈາກອາຈານ ຈໍານວນ 02 ທ່ານ(Two Recommendation Letters );
– ໃບຢັ້ງຢືນການກວດພະຍາດຕາມແບບຟອມທີ່ກໍານົດໃຫ້;
– ໃບແຈ້ງໂທດ;
– HSK 4 ຂຶ້ນໄປ;- IELTS ຫຼື TOEFL.
– ສຳລັບຜູ້ສະໜັກຫຼັກສູດພາສາຈີນຕ້ອງມີລະດັບພາສາຈີນ
– ສຳລັບຜູ້ສະໜັກຫຼັກສູດພາສາອັງກິດຕ້ອງມີຄະແນນII. ສາຂາວິຊາຮຽນ:ສາຂາວິຊາຮຽນທີ
1: includes, Philosophy, Economics, Legal, Studies, Education, Literature(Fine Arts excluded), History and Management;ສາຂາວິຊາຮຽນທີ
2: includes Science, Engineering and Agriculture;ສາຂາວິຊາຮຽນທີ
3: includes Fine Arts and Medicine.III. ແບບຟອມ ແລະ ວິທີສະໝັກໃຫ້ສະໝັກທາງ Online ຕາມລິ້ງກ້ອງຄອມເມັ້ນ !ປິດຮັບສະໝັກ 12/02/2023.