ເລີ່ມຈັດຕັ້ງປະຕິບັດ ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດເລກ 13 ໃຕ້ ແຕ່ຊ່ວງ ກມ 21- ກມ 71.
ຫ້ອງການ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຂໍຖືເປັນແຈ້ງມາຍັງທ່ານຊາບວ່າ ໂຄງການປັບປຸງ ແລະສ້ອມແປງທາງຫຼວງແຫ່ງຊາດເລກ 13 ໃຕ້ ແຕ່ຊ່ວງ ກມ 21- ກມ 71 ມີຄວາມຍາວທັງໝົດ 50 ກິໂລແມັດ
ເປັນໂຄງການລົງທຶນຂອງລັດຖະບານ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນເງິນກູ້ຢືມຈາກທະນາຄານການລົງທຶນໂຄງລ່າງພື້ນຖານອາຊີ (AIIB/MCDF), ກອງທຶນອາບູດາບີ ແລະ ທຶນສົມທົບຂອງກອງທຶນທາງລັດຖະບານລາວ.
ມູນຄ່າໂຄງການປັບປຸງ ແລະ ສ້ອມແປງ ທັງໝົດປະມານ 60 ລ້ານໂດລາສະຫະລັດ, ໄລຍະໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງ 3 ປີ ແລະ ບໍາລຸງຮັກສາ 7 ປີ ໂດຍລວມທັງໝົດແມ່ນ 10 ປີ ເລີ່ມແຕ່ປີ 2023 – 2033 ແລະ ຄາດຄະເນວ່າ ໂຄງການດັ່ງກ່າວຈະໄດ້ລົງມືກໍ່ສ້າງໃນທ້າຍປີ 2023 ທີ່ຈະມາເຖິງນີ້.
ປະຈຸບັນກໍາລັງດັດປັບການອອກແບບເບື້ອງຕົ້ນ ແລະ ເກັບກຳຂໍ້ມູນຜົນກະທົບທາງດ້ານສີ່ງແວດລ້ອມ-ສັງຄົມ ຈາກໂຄງການ ແລະ ການອອກແບບເພື່ອປັບປຸງ ແລະ ສ້ອມແປງຕອນທາງດັ່ງກ່າວ ແມ່ນເປັນການປັບປຸງຍົກລະດັບໂຄງສ້າງທາງ, ຂະຫຍາຍໜ້າທາງບາງຊ່ວງຕາມແລວທາງເກົ່າ ແລະ ໜ້າທາງປູດ້ວຍອັດສະຟານຄອນກຣີດ (Asphalt Concrete) ເພື່ອສາມາດຮັບນໍ້າໜັກບັນທຸກ 11 ໂຕນ/ເພົາ ຕາມມາດຕະຖານທາງຫຼວງຂອງອາຊຽນ ປະເພດທາງຊັ້ນ II ຊື່ງການຂະຫຍາຍໂຄງສ້າງທາງດັ່ງກ່າວ ອາດສົ່ງຜົນກະທົບທາງດ້ານສີ່ງແວດລ້ອມ-ສັງຄົມ ໂດຍສະເພາະແມ່ນ ເນື້ອທີ່ດິນ ແລະ ສີ່ງປູກສ້າງທີ່ນອນຢູ່ໃນຂອບເຂດສະຫງວນຂອງທາງຫຼວງ.
ສະນັ້ນ, ເພື່ອເຮັດໃຫ້ໂຄງການດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດໂຄງການຢ່າງມີປະສິດທິຜົນ ແລະ ສຳເລັດຕາມແຜນພັດທະນາເສດຖະກິດ ແລະ ສັງຄົມຂອງລັດຖະບານວາງໄວ້ ໂດຍເລີ່ມຈາກວັນນີ້ເປັນຕົ້ນໄປ ຫ້ອງການກະຊວງ ໂຍທາທິການ ແລະ ຂົນສົ່ງ ຈື່ງຂໍແຈ້ງມາຍັງທ່ານ ເພື່ອເອົາໃຈໃສ່ປະຕິບັດ ແລະ ໃຫ້ຄວາມຮ່ວມມື ດັ່ງນີ້:
1. ຫ້າມປຸກສ້າງ ຫຼື ຕໍ່ເຕີມສີ່ງກໍ່ສ້າງຕ່າງໆ ເປັນຕົ້ນແມ່ນ ຮົ້ວ, ເທີບ, ເຮືອນ, ເຮືອນມ້ຽນລົດ ແລະ ອື່ນໆ ໃນຂອບເຂດສະຫງວນຂອງທາງຫຼວງ ນັບຈາກໃຈກາງທາງເບື້ອງລະ 25 ແມັດ. ຖ້າຫາກມີສີ່ງປຸກສ້າງໃໝ່ເກີດຂື້ນເຈົ້າຂອງໂຄງການຈະບໍ່ຊົດເຊີຍ ຫຼື ທົດແທນຄ່າເສຍຫາຍຄືນໃຫ້.
2. ຄະນະກໍາມະການໄກ່ເກ່ຍຈະເລີ່ມລົງມືເກັບກຳລາຍລະອຽດບັນຊີຂອງຜູ້ທີ່ຖືກຜົນກະທົບຕາມແລວທາງທີ່ຈະປັບປຸງກໍ່ສ້າງ ແລະ ສ້ອມແປງ ໂດຍອີງໃສ່ຂໍ້ມູນຂອງ ບໍລິສັດທີ່ປຶກສາ ທີ່ພວມດຳເນີນການສຳຫຼວດ,ອອກແບບເບື້ອງຕົ້ນ ແລະ ເກັບກຳຜົນກະທົບທາງດ້ານສີ່ງແວດລ້ອມ ແລະ ສັງຄົມ ເພື່ອຄິດໄລ່ຄ່າຊົດເຊີຍ ແລະ ເວນຄືນໃຫ້ແກ່ຜູ້ທີ່ຖືກຜົນກະທົບຈາກໂຄງການດັ່ງກ່າວ.
3. ສະເໜີໃຫ້ອຳນາດການປົກຄອງເມືອງໄຊທານີ, ເມືອງປາກງື່ມ ແລະ ເມືອງທ່າພະບາດ ຊີ້ນຳປຸກລະດົມອຳນາດການປົກຄອງບ້ານຂອງຕົນ ທີ່ອາໄສຢູ່ລຽບຕາມແລວທາງເລກ 13 ໃຕ້ ໃຫ້ໂຈະການກໍ່ສ້າງຕໍ່ເຕີມສີ່ງປຸກສ້າງຕ່າງໆ ທີ່ລະບຸໄວ້ໃນຂໍ້ 1 ຂ້າງເທິງນີ້ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດໂຄງການ ໃນການຂະຫຍາຍໜ້າທາງທັງ 2 ເບື້ອງ ໂດຍຮຽກຮ້ອງໃຫ້ປະຊາຊົນມີສ່ວນຮ່ວມໃນການແກ້ໄຂສິ່ງກີດຂວາງໜ້າທາງໃຫ້ແກ່ທີມງານກໍ່ສ້າງຈັດຕັ້ງປະຕິບັດໜ້າທີ່ຢ່າງເຕັມສ່ວນ ແລະ ສຳເລັດຕາມແຜນການ.
