Payengxa Lor ມອບເງິນເປັນຄັງສໍາຮອງໃຫ້ Hmong Women Network ມູນຄ່າເກືອບ 10.000.000 kip

🔥 Payengxa Lor ມອບເງິນເປັນຄັງສໍາຮອງໃຫ້ Hmong Women Network ມູນຄ່າເກືອບ 10.000.000 kip 🥰 ❤️

ຈຸດເລີ່ມຕົ້ນຂອງຜູ້ຍິງຄົນນີ້ກໍຄືຢາກພິສູດໃຫ້ແມ່ຍີງຄົນອື່ນໆເຫັນວ່າ ພວກເຮົາທຸກຄົນນັ້ນມີຄຸນຄ່າ, ມີຄວາມສາມາດ ແລະ ສາມາດສ້າງຝັນທີ່ພວກເຮົາຢາກເປັນໃຫ້ກາຍເປັນຈຮີງໄດ້

ໂດຍສະເພາະແມ່ນປາເຢັ້ງຊາໄດ້ແຮງບັນດານໃຈຈາກການເຫັນບາງກຸ່ມຂອງແມ່ຍີງສາວໆພວກເຮົາເລີ່ມລະເລີຍຄວາມຝັນຂອງຕົນ ແລະ ຈິດໃຈໂຂ່ຍເຂໄປກັບວັດຖຸ ແລະ ອາດລືມຕົນເອງໄປ

ໂດຍສະເພາະແມ່ນຄັ້ງຫນຶ່ງທີ່ໄດ້ໄປສຳພັດກັບບັນຍາກາດທີ່ເຫັນນ້ອງໆ ມາແຕ່ພູດອຍ ລ້າເລີຍການສຶກສາ ແລະ ໄປມ່ວນຊື່ນກັບໄຟແສງສີ ແລະ ມັນຄືປະສົບການທີ່ນ້ອງປາຍອມຮັບບໍ່ໄດ້ແທ້ໆ

ເຊິ່ງນ້ອງຄິດຢາກເຮັດອັນໃດອັນຫນຶ່ງມາພັກດັນ ແລະ ຊ່ວຍນ້ອງໆສາວເຫລົ່ານີ້ ຫລື ຊ່ວຍໃຫ້ພວກເຂົາໄດ້ຄິດຖີ່ຖ້ວນກ່ອນການລົງມືຕັດສິນໃຈສ້າງຕົນເອງໄປໃນທາງໃດຫນຶ່ງ.

ປາເຢັ້ງເປັນແມ່ນຫນຶ່ງໃນແມ່ຍິງຍຸກໃຫມ່ທີ່ຈິດໃຈເຂັ້ມແຂງ, ສະດຸ້ງໄວ ແລະ ລົງມືກະທຳພັກດັນການປ່ຽນແປງໄປໃນທາງບວກ

ເຊິ່ງສັງເກດເຫັນໄດ້ຈາກແວວຕາທີ່ບໍລິສຸດ, ຈຮີງໃຈ, ເຕັມໄປດ້ວຍຄວາມຮັກ ແລະ ອ່ອນນ້ອມ ບໍ່ເຄີຍຫວັ່ນຕໍ່ທຸກຄວາມໄຜ່ແພ້ ແລະ ເຫັນທຸກຢ່າງເປັນພຽງບົດຮຽນ ແລະ ເຊື່ອຫມັ່ນສະເຫມີວ່າ ເຖິງຊ່ວຍໄດ້ຫນ້ອຍຫນຶ່ງກໍຄືໄດ້ປະກອບສ່ວນຊ່ວຍສັງຄົມ…🥰

“ໃຫ້ຕາມສິ່ງທີ່ມີ ແລະ ແບ່ງປັນຕາມສິ່ງທີ່ຮູ້… ” ກ່າວໂດຍ ນ້ອງປ່າ. ວັນທີ່ 24 ມັງກອນ 2023, ຫລັງປະຕິບັດພາລະກິດ ການເຂົ້າປະກວດ ນາງງາມຈັກກະວານທີ່ຕ່າງປະເທດຮຽບຮ້ອຍ, ນ້ອງປາ ໄດ້ມອບເງີນສົດຈໍານວນ 500$ ແລະ 2000 bath ເຊິ່ງໄດ້ມອບ 100$ ແລະ 2000B ເປັນເງິນສົດ

ໃຫ້ແກ່ທ່ານ ນາງ ຈັນສະຫມອນ ຈະສົ້ວເກົ້າ ຜູ້ຮ່ວມກໍ່ຕັ້ງ ກຸ່ມເຄືອຄ່າຍແມ່ຍິງມົ້ງ ແລະ ເປັນເງິນໂອນມູນຄ່າ 6710.000 kip ລວມທັງຫມົດແມ່ນ 9.510.000 kip ເພື່ອໃຫ້ເປັນຄັງໃຫ້ແກ່ Hmong Women Network ໄດ້ຫມູນໃຊ້ໃນການເຄື່ອນໄຫວກິດຈະກຳໃຫ້ແກ່ນ້ອງໆແມ່ຍິງ ແລະ ຖືວ່າ ເປັນຄັ້ງປະຫວັດສາດທີ່ Hmong Women Networkມີຄັງເງິນສຳຮອງຫລາຍທີ່ສຸດນັບແຕ່ສ້າງຕັ້ງກຸ່ມມາ.

🥰ສັງຄົມອາດຄິດວ່າ ການເປັນ Miss Universe ນັ້ນອາດຈະລໍ່າລວຍມະຫາສານ ແຕ່ນ້ອງປາຂອງພວກເຮົານັ້ນ ບໍ່ໄດ້ລໍ່າລວຍທີ່ຄິດ ນີ້ຄືເງິນບາງສ່ວນຈາກງົບສ່ວນຕົວຂອງນ້ອງທີ່ແບ່ງມາໃຫ້ພວກເຮົາ ເຊິ່ງພວກເຮົາຫວັງວ່າ ດ້ວຍຄວາມດີຂອງນ້ອງ Hmong Women Network ຈະໄດ້ຮັບການຊ່ວຍເຫຼືອໂດຍກົງຈາກບັນດາທ່ານ ເພື່ອເຮັດໃຫ້ນິດຫມາຍ ແລະ ເປົ້າຫມາຍຂອງນ້ອງປ່າກາຍເປັນຈິງ

🙏 ພວກເຮົານ້ອມຮັບທຸກຜູ້ສະຫນັບສະຫນູນທີ່ຢາກໃຫ້ພວກເຮົາເປັນຕົວແທນໃນການຊ່ວຍພັກດັນຄວາມສາມັກຄີ, ປອງດອງ ແລະ ຮັກໄຄ່ທຸກອັດຕະລັກ ເທົ່າທຽມແລະສະເຫມີພາບ.💝💝🌺

About admin

Check Also

ສູດປະຣິຕະມຸງຄຸນ

ສູດປະຣິຕະມຸງຄຸນ ປັດເປົ່າສິ່ງບໍ່ດີອອກຈາກຂົວປາກເຊ ໃນວັນທີ່ 30/03/2023 ເວລາ 17:20 ໄດ້ເຮັດວີທີຕັດບາດຍາດນ້ຳທີ່ຂົວ ນະຄອນປາກເຊ ຫວັງວ່າຊີເກີດຜົນດີນໍ ລິ້ງຮູບ https://m.facebook.com/story.php?story_fbid=pfbid05rETP5ytpszU9DZX9WVLyhVh8wXSc192cLcEYHrBDK5YJFobExPpxVnxMFg9o33ql&id=100044567228155&mibextid=Nif5oz ກົດ Like ກົດ Share …

Leave a Reply

Your email address will not be published. Required fields are marked *