ຄະນະປະທານຈັດງານບຸນ ອອກລະບຽບການທ່ຽວງານບຸນນະມັດສະການພຣະທາດ ສີໂຄດຕະບອງ ປະຈຳປີ 2023 ມີຄື:
1. ທຸກຄົນທີ່ມາທ່ຽວງານບຸນຕ້ອງຍົກສູງສະຕິລະວັງຕົວ ເປັນເຈົ້າການຕ້ານທຸກການກະທໍາ ແລະ ເລ່ຫຼ່ຽມກົນອຸບາຍຂອງພວກຄົນບໍ່ດີທີ່ຫວັງກໍ່ຄວາມບໍ່ສະຫງົບໃນງານບຸນ.
2. ອໍານາດການປົກຄອງໃນແຕ່ລະບ້ານ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງການເຄື່ອນໄຫວກວດກາ ເວນຍາມຕາມສະຖານທີ່ຄຸ້ມບ້ານຂອງຕົນຕະຫຼອດ 24 ຊົ່ວໂມງ.
3. ທຸກຄອບຄົວຕ້ອງເອົາໃຈໃສ່ຄຸ້ມຄອງສະມາຊິກໃນຄອບຄົວຂອງຕົນ ບໍ່ໃຫ້ມີການເຄື່ອນ ໄຫວທີ່ຜິດຕໍ່ກົດຫມາຍບ້ານເມືອງ, ຖ້າມີຍາດພີ່ນ້ອງ ຫຼື ບຸກຄົນມາພັກຢູ່ໃນເຮືອນແມ່ນຕ້ອງຮີບ ຮ້ອນໄປລາຍງານຫົວຫນ້າຫນ່ວຍ ຫຼື ປກສ ບ້ານໂດຍໄວ.
4. ກ່ອນຈະໄປທ່ຽວງານຕ້ອງເອົາໃຈໃສ່ກວດກາມ້ຽນມັດວັດຖຸສິ່ງຂອງອັນສໍາຄັນ ພ້ອມທັງຮັບປະກັນລະບົບຟືນໄຟຢູ່ເຮືອນຢ່າງຄັກແນ່ ການໄປມາທ່ຽວງານບຸນຕ້ອງມີຄູ່ຕິດຕາມສາມຫາສີ່ຄົນ.
5. ກໍານົດຂອບເຂດຂອງງານບຸນ ນັບແຕ່ທາງໂຄ້ງກົກໂພບ້ານປາກຊີມັງຮອດສາມແຍກກົກໂພ ບ້ານມ່ວງສຸມ ລົດທຸກປະເພດທີ່ແລ່ນຜ່ານເຂົ້າ ໃນຂອບເຂດດັ່ງກ່າວແມ່ນຈະໄດ້ຕິດກາທ່ຽວງານທີ່ ທາງອານຸປ້ອງກັນໄດ້ກໍານົດໄວ້.
6. ຈຸດຮັບສົ່ງຜູ້ໂດຍສານທີ່ມາທ່ຽວງານບຸນໄດ້ກໍານົດດັ່ງນີ້:
+ ຈຸດທີ 1: ທິດເຫນືອແມ່ນກໍານົດເອົາທາງໂຄ້ງກົກໂພໃກ້ຮອດພຣະທາດ (ຫາງບ້ານ ປາກຊີມັງ)+ ຈຸດທີ 2: ທິດໃຕ້ແມ່ນກໍານົດເອົາ 3 ແຍກບ້ານມ່ວງສຸມ.
7. ທຸກພາກສ່ວນທີ່ມີພື້ນທີ່ເປົ່າຫວ່າງ ເປັນຂອງຕົນເອງ, ຂອງລວມຫມູ່ຕາມແຄມທາງ ຂອບເຂດ ສະຖານທີ່ຈັດງານບຸນຕ້ອງໃຫ້ຄວາມຮ່ວມມືກັບເຈົ້າຫນ້າທີ່ຮັບຜິດຊອບຈັດງານບຸນເພື່ອຈັດສັນສະຖານທີ່ຈອດລົດໃຫຍ່ໃຫ້ແກ່ຜູ້ທີ່ມາທ່ຽວງານບຸນ.
ຖ້າຫາກບຸກຄົນໃດມີຈຸດປະສົງຢາກເຮັດບ່ອນ ຈອດລົດໃນງານບຸນໃສ່ພື້ນທີ່ຂອງຕົນເອງ ຫຼື ພື້ນທີ່ຂອງຄົນອື່ນຕ້ອງໄດ້ມາພົວພັນຂໍອະນຸຍາດຈາກ ຄະນະຮັບຜິດຊອບ ແລະ ຕ້ອງຈ່າຍພັນທະຕາມການກໍານົດຂອງຄະນະຮັບຜິດຊອບວາງອອກ.
8. ທຸກຄົນທີ່ເຂົ້າມາທ່ຽວໃນງານບຸນຫ້າມຖືອາວຸດທຸກຊະນິດຢ່າງເດັດຂາດ (ຍົກເວັ້ນແຕ່ເຈົ້າຫນ້າ ທີ່) ຜູ້ທີ່ເຮັດຫນ້າທີ່ປ້ອງກັນເທົ່ານັ້ນ ແລະ ທຸກຄົນຕ້ອງເຄື່ອນໄຫວຢູ່ໃນທີ່ໂລ່ງແຈ້ງເທົ່ານັ້ນ ຫ້າມບໍ່ ໃຫ້ເຂົ້າໄປອາໄສຢູ່ຕາມຮົ້ວເງົາມືດ ຫຼື ບ່ອນລັບໆລີ້ໆຢ່າງເດັດຂາດ.
9. ທຸກຄົນທີ່ມາທ່ຽວໃນງານບຸນຕ້ອງເອົາໃຈໃສ່ ຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບ ຮ້ອຍ, ການຫຼິ້ນ, ການທ່ຽວ, ການກິນດື່ມຕ້ອງລະມັດລະວັງ, ບໍ່ຄວນດື່ມເມົາເກີນຂອບເຂດເຊິ່ງຈະ ສ້າງເງື່ອນໄຂກໍ່ໃຫ້ເກີດຄວາມບໍ່ເປັນລະບຽບຮຽບຮ້ອຍໃນງານບຸນ.
10. ສໍາລັບຜູ້ປົກຄອງທີ່ພາລູກຫຼານມາທ່ຽວໃນງານບຸນ ເພື່ອຢ້ານຫຼົງໃຫ້ຂຽນນໍ້າເບີໂທລະສັບທີ່ຢູ່ໄວ້ນໍາຖົງເສື້ອລູກຫຼານຂອງຕົນ.
11. ບໍ່ໃຫ້ພາຫະນະທຸກປະເພດແລ່ນຜ່ານມວນຊົນທີ່ຫນາແຫນ້ນບໍ່ວ່າກາງຄືນ ຫຼື ກາງເວັນ ນັບ ແຕ່ວັນທີ 3-6 ກຸມພາ 2023 ນັບແຕ່ທາງໂຄ້ງກົກໂພ (ຫາງບ້ານ ປາກຊີມັງ) ຫາ ສາມແຍກບ້ານ ມ່ວງສຸມ (ລົດຂົນສົ່ງສິນຄ້າ).
12. ບໍ່ໃຫ້ຜູ້ປະກອບການຕັ້ງຮ້ານຂາຍເຄື່ອງ, ຮ້ານກິນດື່ມ ຫຼື ກິດຈະກໍາຕ່າງໆ ທີ່ເປັນການກີດ ຂວາງການສັນຈອນ.
13. ບໍ່ໃຫ້ຫຼິ້ນການພະນັນທຸກປະເພດຢ່າງເດັດຂາດ ຖ້າເຈົ້າຫນ້າທີ່ກວດພົບເຫັນຈະໄດ້ກັກຕົວດໍາເນີນຄະດີຕາມລະບຽບການ.
14. ບໍ່ໃຫ້ພໍ່ຄ້າຊາວຂາຍນໍາເອົາບັ້ງໄຟທຸກຊະນິດ, ປືນຍິງດ້ວຍລົມ, ຍິງດ້ວຍແກ໊ບ, ບັ້ງກະໂພກ, ພ້າ ແລະ ວັດຖຸອື່ນໆ ທີ່ເປັນອັນຕະລາຍ ເຂົ້າມາຈໍາຫນ່າຍວາງຂາຍໃນງານບຸນຢ່າງເດັດຂາດ.
ບັນດາ ຫ້າງຮ້ານໃຫຍ່-ນ້ອຍ ທີ່ນໍາເອົາມີດ, ພ້າ ເຂົ້າມາບໍລິການຄົວກິນຢູ່ໃນບໍລິເວນງານບຸນ ຕ້ອງມີຄວາມ ຮັບຜິດຊອບຕໍ່ວັດຖຸດັ່ງກ່າວໄວ້ເປັນຢ່າງດີ, ຖ້າຫາກວ່າພວກບໍ່ດີນໍາເອົາວັດຖຸນີ້ໄປກໍ່ຄວາມບໍ່ສະຫງົບ ແມ່ນເຈົ້າຂອງຮ້ານເປັນຜູ້ຮັບຜິດຊອບຕໍ່ເຫດການດັ່ງກ່າວ.
15. ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ, ກໍາມະກອນ, ພໍ່ຄ້າຊາວຂາຍ ແລະ ປະຊາຊົນບັນດາເຜົ່າທຸກທົ່ວຫນ້າ ຖ້າຫາກພົບເຫັນປະກົດການບຸກຄົນບໍ່ດີກໍາລັງເຄື່ອນໄຫວຜິດຕໍ່ ລະບຽບງານບຸນ ຫຼື ກົດຫມາຍບ້ານເມືອງ ຕ້ອງລາຍງານໃຫ້ເຈົ້າຫນ້າທີ່ຢ່າງຮີບດ່ວນ.
16. ບັນດາຫ້າງຮ້ານກິນ-ດື່ມ ຫ້າມຂາຍສິ່ງທີ່ມີທາດເຫຼົ້າເດັດຂາດ ພ້ອມທັງເອົາໃຈໃສ່ກວດກາ ລະອຽດ ເພື່ອຮັກສາຄວາມປອດໄພຕໍ່ຜູ້ມາທ່ຽວງານບຸນ, ເພາະອາດຈະພາໃຫ້ເກີດອຸບັດຕິເຫດ, ກໍ່ ອາລະວາດຕີກັນ ແລະ ອື່ນໆ…
(ຖ້າມີເຫດການເກີດຂຶ້ນແມ່ນມອບໃຫ້ເຈົ້າຂອງຮ້ານເປັນຜູ້ ຮັບຜິດຊອບ) ຫ້າມບໍ່ໃຫ້ເດັກຕໍ່າກວ່າ 18 ປີ ເຂົ້າໃຊ້ບໍລິການໃນສະຖານທີ່ບັນເທີງຕ່າງໆເດັດຂາດ.
17. ບັນດາຍານພາຫະນະທຸກຊະນິດທີ່ເຂົ້າມາໃນງານບຸນ ແມ່ນໃຫ້ເອົາໄປຝາກໄວ້ຕາມສະຖານ ທີ່ໆຄະນະກໍາມະການກໍານົດໄວ້ເທົ່ານັ້ນ (ຍົກເວັ້ນລົດທີ່ຕິດກາ VIP ສາມາດແລ່ນເຂົ້າ-ອອກໄດ້ ໃນເດີ່ນພຣະທາດສີໂຄດຕະບອງ).
18. ທຸກຄົນທີ່ມາທ່ຽວໃນງານບຸນຕ້ອງແຕ່ງກາຍສຸພາບຮຽບຮ້ອຍ ຖືກຕ້ອງຕາມຮີດຄອງ ປະເພນີລາວ, ໂດຍສະເພາະແມ່ນການເຂົ້າໄປໄຫວ້ພຣະທາດ ຫ້າມເດັດຂາດ ຜູ້ຍິງບໍ່ໃຫ້ນຸ່ງໂສ້ງ ຫຼື ກະໂປ່ງ.
ພໍ່ຄ້າ-ຊາວຂາຍທຸກພາກສ່ວນຕະຫຼອດຮອດຜູ້ມາທ່ຽວໃນງານບຸນ ຫ້າມຖິ້ມຂີ້ເຫຍື້ອ ຊະຊາຍ ໂດຍສະເພາະແມ່ນຜູ້ທີ່ມີກິດຈະການຫາລາຍໄດ້ຕ້ອງມ້ຽນມັດສິ່ງເສດເຫຼືອຕ່າງໆຂອງຕົນ ເອງໃຫ້ເປັນລະບຽບຈົບງາມ.
19. ສໍາລັບຄ່າບໍລິການໃນການຝາກລົດມີດັ່ງນີ້: ປະເພດລົດ 4ລໍ້ຂຶ້ນໄປ ຄັນລະ 20.000ກີບ ແລະ ລົດຈັກຄັນລະ 10.000ກີບ
*ມາດຕະການຕໍ່ຜູ້ລະເມີດ* ຖ້າບຸກຄົນໃດຫາກລະເມີດແຈ້ງການສະບັບນີ້ ຈະໄດ້ຖືກສຶກສາອົບຮົມກ່າວເຕືອນ, ຖ້າບໍ່ ປ່ຽນແປງແມ່ນກັກວັດຖຸໃດຫນຶ່ງທີ່ກ່ຽວຂ້ອງ ຖ້າຮ້າຍແຮງຈະຖືກດໍາເນີນຄະດີຕາມລະບຽບກົດຫມາຍ ຕາມສະຖານຫນັກ ຫຼື ເບົາ.