ໂຈນທ້າທາຍຫລາຍ! ເປີດໜ້າລັກລົດຈັກເຫັນພາບຊັດເຈນເຖິງຮູຂຸມຂົນ
ວັນທີ 25 ມັງກອນ 2023 ຜ່ານມານີ້ ຜູ້ໃຊ້ເຟສບຸກ To Phommaviseth
ໂພສປະກາດຂໍຄວາມຊ່ວຍເຫລືອແຈ້ງເບາະແສກ່ຽວກັບໂຈນລັກລົດຈັກວ່າ:
“ໃຜພົບເຫັນບຸກຄົນໃນພາບແມ່ນຂໍຄວາມຊ່ວຍເຫລືອແນ່ເດີ້ ໂຈນແມ່ນຂີ່ລົດເວບສີດຳແດງຊ້ອນກັນມາລັກລົດພໍ່ຕູ້ໜຶ່ງອີ່ຕົນລາວ,
ລົດຫາແຕ່ດາວໄດ້ເດືອນດຽວລົດເວບສີຂຽວຫົວເປັດບໍ່ມີປ້າຍ


ຄົນຮ້າຍຂີ່ມາແຕ່ທາງນາຄວາຍ ແລ້ວຫລົບໜີໄປທາງໄຟແດງບ້ານດຸງເສັ້ນທາງ 450 ປີ ເສັ້ນທາງທ່ານາແລ້ງ ແລ້ວເຂົ້າເສັ້ນນາໄຫນາໂນໃຜພົບເບາະແສ
ສາມາດແຈ້ງຫາເບີ 02052784726 “ພາບຈາກກ້ອງວົງຈອນຊັດເຈນ, ຮູ້ເສັ້ນທາງຂອງໂຈນ ຄາດວ່າເຈົ້າໜ້າທີ່ຈະວາມາດຈັບຕົວຜູ້ກໍ່ເຫດມາດຳເນີນຄະດີໄດ້ໃນໄວໆນີ້.
ພາບຂໍ້ມູນ: To Phommaviseth
#ຂ່າວຮູບພາບລາວພັດທະນາ #ເຫດການ
#ໂຈນລັກລົດຈັກ