ເກີດເຫດຄົນຕົກເຫວ ຈຸດໂຄ້ງຊົມວິວພູເກົ້າຫລັກ ເມືອງກາສີ ເສຍຊີວິດວັນທີ 27 ມັງກອນ 2023 ເວລາ 11:24 ໂມງ


ມີເຫດຄົນຕົກເຫວຢູ່ພູເກົ້າຫລັກ ເມືອງກາສີ ແຂວງວຽງຈັນ

ຊື່ທ້າວ ພອງພັນ ອາຍຸ 55 ປີ ຢູ່ບ້ານປິງ ເມືອງປາກແບງ ແຂວງອຸດົມໄຊ ເສຍຊີວິດຄາທີ່.
ຕາມການບອກເລົ່າຂອງຍາດຜູ້ເສຍຊີວິດວ່າ:
ຜູ້ກ່ຽວຂີ່ລົດເມ ມາກັບພີ່ນ້ອງແຕ່ວັນທີ 26 ມັງກອນ 2023 ພໍມາເຖິງເຂດພູເກົ້າຫລັກ (ໂຄ້ງຈຸດຊົມວິວ)
ຜູ້ກ່ຽວລົງລົດຍ້ອນລົດເລັ່ງບໍ່ຂຶ້ນ ຈຶ່ງອອກຈາກລົດເພື່ອຈະຍ່າງຂຶ້ນໄປແຕ່ພາດຕົກເຫວເລິກປະມານ 300 ກວ່າແມັດ
.ສະແດງຄວາມເສຍໃຈກັບເຫດການທີ່ເກີດຂຶ້ນຄັ້ງນີ້ດ້ວຍ
ຂໍ້ມູນຈາກ: ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງຫລວງພະບາງ