ຫລິ້ນໝາກກັບໝູ່ ໄປລີ້ຢູ່ໃນຕູ້ຄອນເທນເນີ ສຸດທ້າຍ ໄປຂຶ້ນທີ່ທ່າເຮືອ ປະເທດ ມາເລເຊຍ

🔥 ເດັກນ້ອຍຊາຍຊາວບັງກລາເທດ ຫລິ້ນໝາກກັບໝູ່ ໄປລີ້ຢູ່ໃນຕູ້ຄອນເທນເນີ ສຸດທ້າຍ ໄປຂຶ້ນທີ່ທ່າເຮືອ ປະເທດ ມາເລເຊຍ

…​

ຈາກການລາຍງານໃຫ້ຮູ້ວ່າ ໃນວັນທີ 17 ມັງກອນ ທີ່ຜ່ານມາ ໃນຂະນະທີ່ເຈົ້າໜ້າທີ່ ມາເລເຊຍ ກຳລັງຂົນຖ່າຍຕູ້ຄອນເທນເນີ ໂດຍໄດ້ຍິນສຽງ ຮ້ອງດັງ ອອກມາຈາກຕູ້ຄອນເທນເນີ

ຈາກການສອບຖາມ ໃຫ້ຮູ້ວ່າ ເດັກນ້ອຍຊາຍ ຊື່ວ່າ Fahim ຄົນ ບັງກລາເທດ ຫລິ້ນໝາກລີ້ກັບໝູ່ໃນວັນທີ 11 ຫລັງຈາກນັ້ນໄດ້ໄປລີ້ໃນຕູ້ຄອນເທນເນີ ແລ້ວ ນອນຫລັບ

ຫລັງຈາກນັ້ນເຈົ້າໜ້າທີ່ໄດ້ນຳສົ່ງໂຮງໝໍ ເນື່ອງຈາກຢູ່ໃນສະພາບອ່ອນແຮງ ຈາກການຂາດ ນ້ຳ ແລະ ອາຫານ, ຫລັງຈາກອາການດີຂຶ້ນ ເຈົ້າໜ້າທີ່ຈະສົ່ງກັບ ບ້ານໃນໄວໆນີ້

ຊົມຄລິບ

ຂໍ້ມູນຈາກ : Indiatimes

About admin

Check Also

ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ຈະເປີດໃນວັນທີ 13 ເມສາ 2023 ນີ້

👏👏👏 ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ຈະເປີດໃນວັນທີ 13 ເມສາ 2023 ນີ້ ຕອນຄ່ຳວັນທີ 30 ມິນາ 2023 ທີ່ໂຮງແຮມລາວພລາຊາ , ສະຫາຍ …

Leave a Reply

Your email address will not be published. Required fields are marked *