ຂ່າວທົ່ວໄປສາລະໜ້າຮູ້

ແຊໄວ້ໄດ້ປະໂຫຍດ..!!!ຫຍ້າຍົນເຫາະ ເປັນຢາບຳລຸງຫົວໃຈ-ບຳລຸງເລືອດ ແລະ ແກ້ອາການເມົາຫົວ

ໃຊ້​ຫຍ້າຍົນເຫາະ ເປັນອາຫານ: ໃບ ແລະ ຍອດອ່ອນສາມາດກິນສົດກັບລາບ, ແຈ່ວ, ຫຼວກກັບແຈ່ວໄດ້, ຊຸບກັບຜັກລວມ ຫຼື ແກງ. ນອກຈາກນີ້ແລ້ວຊາວບ້ານຍັງນິຍົມນຳເອົາໃບ, ຍອດ ຫຼື ທັງຕົ້ນນຳມາມາເປັນອາຫານໝູ.

ນອກຈາກໃຊ້ເປັນອາຫານແລ້ວ ຫຍ້າຍົນເຫາະ ຍັງມີສັບພະຄຸນຄື: ກິນສົດ ຫຼື ປຸງເປັນອາຫານບຳລຸງຫົວໃຈ, ບຳລຸງເລືອດ ແລະ ແກ້ອາການເມົາຫົວ.

ຫຍ້າຍົນເຫາະ ລັກສະນະຄື: ຫຍ້າຍົນເຫາະຈັດເປັນພືດລົ້ມລຸກລະດູດຽວ. ລຳຕົ້ນອວບນ້ຳ, ສູງ 60-80 ຊມ, ສີຂຽວອົມຂາວ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ ຫຼື ຮູບຂອບຂະໜານ, ກ້ວາງ 3-6 ຊມ, ຍາວ 6-15 ຊມ, ໂຄນໃບຮຽວແຫຼມ, ຂອບໃບເປັນແສກ ຫຼື ເປັນຄື້ນເລິກຢູ່ບໍລິເວນໂຄນໃບ, ປາຍຮຽວແຫຼມ, ແຜ່ນໃບອວບນ້ຳ.

ຊໍ່ດອກອອກຕາມປາຍກິ່ງ ຫຼື ປາຍຍອດ. ມີຊໍ່ດອກຍ່ອຍຈຳນວນ 3-5 ຊໍ່, ຮູບຊົງກະບອກ, ຍາວປະມານ 2 ຊມ. ມີໃບປະດັບຊໍ່ດອກຢູ່ບໍລິເວນໂຄນຊໍ່ດອກຍ່ອຍ, ຮູບແຖບ, ຍາວ 0.6-1 ​ຊມ, ສີຂຽວ.

ດອກຍ່ອຍຈັບແບບກະຈຸກແໜ້ນ, ມີເກສອນເພດຜູ້ 5 ອັນໂຄນເຊື່ອມຕິດກັນ. ໝາກມີຂະໜາດນ້ອຍຫຼາຍ, ຮູບຊົງກະບອກ, ຍາວປະມານ 1 ຊມ, ມີຂົນສີຂາວຟູບໍລິເວນສ່ວນປາຍ, ມີນ້ຳໜັກເບົາສາມາດປິວໄປຕາມລົມໄດ້.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button