
ຈາກໂພສຂອງລຸງເທິ ເຈົ້າພໍ່ຜູ້ໄທ ຢູທູບເບີລະດັບຕົ້ນໆຂອງລາວ ໃນວັນທີ 8 ມັງກອນ 2021 ທີ່ໄດ້ໂພສກ່ຽວກັບຜົນງານໃໝ່ຂອງ Una Studio ທີ່ໄດ້ດຶງ ຊານະ ມະນີຜົນ ນັກເຕະບານເບີ 17 ຜູ້ໂດ່ງດັງໃນໂຊເຊວ ຊ່ວງການແຂ່ງຂັນບານເຕະທົ່ວປະເທດເພື່ອຂ່ຳນັບຮັບຕ້ອນວັນຊາດ 2 ທັນວາຄົບນອບ 45 ປີ ຜູ້ເປັນນ້ອງຊາຍ ພະເອກໜຸ່ມ ຊານົນ ມະນີຜົນ ມາສະແດງເອັມວີເພງ

ເອັມວີເພງໃຫມ່ ຊື່ວ່າ “ຈັກມັນເປັນແນວເລີ” ທີ່ໄດ້ຊານະ ແລະ ນ້ອງ ກີ້ ສາວຜູ້ໄທ ເນັດໄອດໍ້ ທີ່ມີຄົນຮູ້ຈັກດີໃນໂລກອອນລາຍ ໂດຍເອກກະລັກຂອງນ້ອງກີ້ ກໍເປັນຄົນທີ່ສົດໃສ, ມັກເວົ້າພວກຄຳຄົມ, ສິ່ງຕະຫຼົກໆລົງໂຊເຊວ

ເພງ ຈັກມັນເປັນແນວເລີ ເປັນເພງຂອງ ສິລິພອນ ສີປະເສີດ .ft ໝໍລຳຊຽງສະຫວັນ ຟັງໄດ້ແລ້ວມື້ນີ້