🔥 ອີງຕາມຂໍ້ມູນຂອງກະຊວງແຮງງານຂອງປະເທດ ສະຫະລັດ ອາເມຣິກາ ເປີດເຜີຍວ່າ ເງິນເດືອນເລີ່ມຕົ້ນ ຂອງພະນັກງານຂັບລົດເກັບຂີ້ເຫຍື້ອ
ຢູ່ທີ່ປີລະ 40.000 ໂດລາ ຫຼື ປະມານ 673 ລ້ານກີບຕໍ່ປີ ຕົກເປັນເດືອນລະ 3.300 ໂດລາ ຫຼືປະມານ 55 ລ້ານກີບຕໍ່ເດືອນ.
ໃນຂະນະທີ່ ເງິນເດືອນຂັ້ນຕໍ່າຂອງນັກຮຽນທີ່ຈົບມັດທະຍົມຕອນປາຍ ແມ່ນຈະຢູ່ທີ່ 30.000 ໂດລາຕໍ່ປີ ຫຼື ປະມານ 500 ລ້ານກີບ
ຕົກເປັນເດືອນລະ 2.500 ໂດລາ ຫຼື ປະມານ 42 ລ້ານກີບຕໍ່ເດືອນ !!!
ເຊິ່ງຕົວເລກເປັນພຽງລາຍໄດ້ສະເລ່ຍຂອງຄົນເຮັດວຽກທົ່ວໆໄປ ເພາະຄົນຂັບລົດເກັບຂີ້ເຫຍື້ອບາງຄົນທີ່ເຮັດວຽກຢູ່ເມືອງໃຫຍ່ໆ
ທີ່ມີຄ່າແຮງສູງໆ ທີ່ລວມທັງຄ່າລ່ວງເວລາ ແລະ ຄ່າອື່ນໆແລ້ວ ແມ່ນສາມາດເຮັດເງິນໄດ້ເຖິງ 80.000 ໂດລາ ຫຼື ປະມານ 1,3 ຕື້ກີບ.
ທີ່ມາຈາກ: CNN