ຂ່າວດີ! ຂົວມິດຕະພາບແຫ່ງທີ5 ລະຫວ່າງລາວ-ໄທ ຈະເປີດນຳໃຊ້ໄວໆນີ້

ວັນທີ 28 ມັງກອນ 2023 ທ່ານ ນາງ ທິພານັນ ສິລິຊະນະ ຮອງໂຄສົກປະຈຳສຳນັກງານນາຍົກປະເທດໄທ ເປີດເຜີຍວ່າ ທ່ານ ພົອ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີແຫ່ງ ປະເທດໄທ

ແລະ ລັດຖະມົນຕີກະຊວງປ້ອງກັນປະເທດໄທ ໄດ້ເລັ່ງພັດທະນາໂຄງສ້າງພື້ນຖານດ້ານການຄົມມະນາຄົມຂົນສົ່ງຂອງປະເທດໄທທັງ 4 ມິຕິຄື ບົກ ຮາງ ນ້ຳ ອາກາດ ເພື່ອໃຫ້ປະຊາຊົນເດີນທາງສະດວກ ວ່ອງໄວ ແລະ ປອດໄພ.

ໂຄງການກໍ່ສ້າງຂົວມິດຕະພາບ ແຫ່ງທີ 5 ບຶງການ-ບໍລິຄຳໄຊ ທີ່ໄດ້ຮັບອະນຸມັດຈາກຄະນະລັດຖະມົນຕີໃນວັນທີ 2 ມິຖຸນາ 2019 ເຊິ່ງລວມມູນຄ້າການລົງທຶນເປັນ 3.930 ລ້ານບາດ ເປັນງົບປະມານຂອງໄທ 2.630 ລ້ານບາດ

ສ່ວນ ສປປ ລາວໃຊ້ເງິນກູ້ຈາກສຳນັກງານຮ່ວມມືພັດທະນາເສດຖະກິດກັບອົງການມະຫາຊົນ ວົງເງິນ 1.300 ລ້ານບາດ ລວມເຖິງເງິນລົງທຶນກໍ່ສ້າງໄລຍະທາງລວມ 16,18 ກິໂລແມັດ ແຍກເປັນທາງກໍ່ສ້າງຝັ່ງໄທ 12 ກິໂລແມັດ ແລະ ຝັ່ງລາວ 2,8 ກິໂລແມັດ.

ປັດຈຸບັນ ໂຄງການດັ່ງກ່າວມີຄວາມຄືບໜ້າໃນການກໍ່ສ້າງໄວກວ່າກຳນົດເກີນ 60% ແລ້ວ ຫຼັງຈາກ ທ່ານ ພັນຄຳ ວິພາວັນ ອະດີດນາຍົກລັດຖະມົນຕີ ແລະ ພົອ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີແຫ່ງ ປະເທດໄທ

ຮ່ວມເປັນປະທານໃນພິທີວາງສີລາເລີກໂຄງການໃນວັນທີ 28 ຕຸລາ 2022 ໂດຍຄາດວ່າຈະເຊື່ອມຕໍ່ເຂດຂົວໄດ້ປະມານກາງປີ 2023 ແລະ ເປີດໃຫ້ບໍລິການປີ 2024.

ການຂົນສົ່ງພັດທະນາເສດຖະກິດການຄ້າສູ້ຝັ່ງຕາເວັນອອກ ທີ່ທະເລຈີນໃຕ້ ຕາມກອບການພັດທະນາຄວາມຮ່ວມມືທາງເສດຖະກິດໃນພູມິພາກລຸ່ມນ້ຳຂອງ (Greater Mekong Subregion

: GMS) ທີ່ເປັນຄວາມຮ່ວມມືຂອງ 6 ປະເທດຄື ໄທ ມຽນມາ ລາວ ກຳປູເຈຍ ຫວຽດນາມ ແລະ ຈີນ ແລະ ຊ່ວຍສະໜັບສະໜູນການສົ່ງອອກສິນຄ້າລະຫວ່າງ 2 ປະເທດໄດ້ຢ່າງໄວວາ ແລະ ສະດວກຍິ່ງຂຶ້ນ.

About admin

Check Also

ແຕກອີກແລ້ວ

ແຕກອີກແລ້ວ ເສດຖີຄົນໃໝ່ ຖຶກເລກ 500.000.000 ກິບ ດີໃຈນຳຜູ້ໂຊກດວງເຮັງທີ່ເປັນເສດຖີຂ້າມຄືນໃນຄັ້ງນີ້ເດີ 😍ລາງວັນຊື້1,000ກີບ👉1ໂຕທ້າຍ ໄດ້ຮັບ 5,000ກີບ👉2ໂຕທ້າຍ ໄດ້ຮັບ 60,000ກີບ👉3ໂຕທ້າຍ ໄດ້ຮັບ 500,000ກີບ👉4ໂຕທ້າຍ ໄດ້ຮັບ 5,000,000 …

Leave a Reply

Your email address will not be published. Required fields are marked *