ມື້ສິ້ນສຸດທຸລະກິດຮ້ານຕົວແທນແລກປ່ຽນເງິນຕາ 113 ຮ້ານ

ວັນທີ 13 ມັງກອນ 2023 ນີ້ ທະນາຄານແຫ່ງ ສປປ ລາວ ແຈ້ງການເຖິງ ບັນດາທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາຕົວແທນ ຊາບວ່າ:

ເພື່ອເປັນການຜັນຂະຫຍາຍກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ສະບັບ ເລກທີ 15/ສພຊ, ລົງວັນທີ 7 ກໍລະກົດ 2022, ທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງວ່າດ້ວຍການບໍລິການ ແລກປ່ຽນເງິນຕາ ສະບັບເລກທີ 1026/ທຫລ, ລົງ ວັນທີ 28 ທັນວາ 2022 ເພື່ອປ່ຽນແທນສອງຂໍ້ຕົກລົງຄື:

ຂໍ້ຕົກລົງວ່າ ດ້ວຍທຸລະກິດແລກປ່ຽນເງິນຕາ ສະບັບເລກທີ 393/ທຫລ, ລົງວັນທີ 02 ກໍລະກົດ 2020 ແລະ ຂໍ້ຕົກລົງວ່າດ້ວຍການ ບໍລິການແລກປ່ຽນເງິນຕາຂອງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາຕົວແທນ ສະບັບເລກທີ 449/ທຫລ, ລົງວັນທີ 14 ມິຖຸນາ 2022. ໃນນີ້, ຂໍ້ຕົກລົງວ່າດ້ວຍການບໍລິການແລກປ່ຽນເງິນຕາສະບັບດັ່ງກ່າວໄດ້ກໍານົດໃຫ້ ທະນາຄານທຸລະກິດ ທີ່ຕັ້ງຢູ່ ສປປ ລາວ ເທົ່ານັ້ນສາມາດໃຫ້ບໍລິການແລກປ່ຽນເງິນຕາ.

ສະນັ້ນ, ເພື່ອຈັດຕັ້ງປະຕິບັດໃຫ້ ສອດຄ່ອງກັບບັນດາ ນິຕິກໍາທີ່ມີຜົນສັກສິດໃນປັດຈຸບັນ, ທະນາຄານແຫ່ງ ສປປ ລາວ ຈຶ່ງແຈ້ງມາຍັງບັນດາທະນາຄານທຸລະ ກິດ ແລະ ຮ້ານແລກປ່ຽນເງິນຕາ ຕົວແທນ ດັ່ງນີ້:

1. ທະນາຄານແຫ່ງ ສປປ ລາວ ຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວ ແທນທັງຫມົດ 113 ຮ້ານ ທີ່ຂຶ້ນກັບ 6 ທະນາຄານທຸລະກິດ;

2. ໃຫ້ທະນາຄານທຸລະກິດທີ່ມີຮ້ານແລກປ່ຽນເງິນຕາຕົວແທນຂຶ້ນກັບ ຢຸດເຊົາການຕໍ່ອາຍຸສັນຍາ ແລະ ຍົກເລີກດໍາເນີນການປິດສັນຍາ ຕົວແທນບໍລິການແລກປ່ຽນເງິນຕາກັບຮ້ານແລກປ່ຽນເງິນຕາຕົວແທນຂອງຕົນທັງຫມົດ, ບັນຊີເງິນຝາກທີ່ອອກຊື່ຮ້ານແລກປ່ຽນເງິນຕາຕົວແທນຢູ່ທະນາຄານທຸລະກິດທີ່ກ່ຽວຂ້ອງ,ນໍາສົ່ງບົດບັນທຶກການຍົກເລີກສັນຍາການເປັນຕົວແທນແລກປ່ຽນເງິນຕາ ລະຫວ່າງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນ ເງິນຕາຕົວແທນ ພ້ອມທັງຫນັງສືອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານ ແລກປ່ຽນເງິນຕາຕົວແທນທີ່ ຂຶ້ນກັບທະນາຄານທຸລະກິດຕົນ ສົ່ງຄືນໃຫ້ແກ່ກົມນະໂຍບາຍເງິນຕາ ຫລື ສາຂາທະນາຄານແຫ່ງ ສປປ ລາວ ປະຈໍາ ພາກ ທີ່ກ່ຽວຂ້ອງ ພາຍໃນວັນທີ 31 ມັງກອນ 2023;

3. ທະນາຄານທຸລະກິດທີ່ມີຈຸດປະສົງຕ້ອງການສ້າງຕັ້ງຫນ່ວຍແລກປ່ຽນເງິນຕາ ແມ່ນໃຫ້ປະຕິບັດຕາມຂໍ້ຕົກລົງວ່າດ້ວຍ ການບໍລິການ ແລກປ່ຽນເງິນຕາ ສະບັບເລກທີ 1026/ທຫລ, ລົງວັນທີ 28 ທັນວາ 2022.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທະນາຄານທຸລະກິດ, ຮ້ານແລກປ່ຽນເງິນຕາຕົວແທນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອປະຕິບັດແຈ້ງການສະບັບນີ້ຢ່າງ ເຂັ້ມງວດ.

About admin

Check Also

ສູດປະຣິຕະມຸງຄຸນ

ສູດປະຣິຕະມຸງຄຸນ ປັດເປົ່າສິ່ງບໍ່ດີອອກຈາກຂົວປາກເຊ ໃນວັນທີ່ 30/03/2023 ເວລາ 17:20 ໄດ້ເຮັດວີທີຕັດບາດຍາດນ້ຳທີ່ຂົວ ນະຄອນປາກເຊ ຫວັງວ່າຊີເກີດຜົນດີນໍ ລິ້ງຮູບ https://m.facebook.com/story.php?story_fbid=pfbid05rETP5ytpszU9DZX9WVLyhVh8wXSc192cLcEYHrBDK5YJFobExPpxVnxMFg9o33ql&id=100044567228155&mibextid=Nif5oz ກົດ Like ກົດ Share …

Leave a Reply

Your email address will not be published. Required fields are marked *