ບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ປະຈໍາປີ 2023

ບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ປະຈໍາປີ 2023

ແຂວງຈໍາປາສັກ ກໍາລັງກະກຽມຈັດບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ປະຈໍາປີ 2023 ໃນລະ ຫວ່າງວັນທີ 3-5 ກຸມພາທີ່ຈະມາເຖີງນີ້ ເຊີ່ງປີນີ້ ຈະມີຫລາກຫລາຍກິດຈະກໍາກວ່າທຸກປີຜ່ານມາ ເພື່ອແນໃສ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ອງທ່ຽວຢູ່ ແຂວງຈໍາປາສັກ ໃຫ້ນັບມື້ຂຶ້ນ.

​ທ່ານ ສະຫວາດ ແກ້ວບັນດິດ, ເຈົ້າເມືອງຈໍາປາສັກ, ຮອງປະທານຄະນະກໍາມະການຈັດງານບຸນດັ່ງກ່າວ ໃຫ້ສໍາພາດ ຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 30 ມັງກອນນີ້ວ່າ:

ກິດຈະກໍາທີ່ຈະຈັດຂຶ້ນໃນໂອກາດບຸນຜາສາດຫີນວັດພູຈໍາປາສັກ ປີນີ້ ຈະມີຫລາຍກິດຈະກໍາຕາມທີ່ເຄີຍປະຕິບັດມາ ເປັນຕົ້ນ: ພິທີທາງສາດສະໜາ, ການຈັດຕັ້ງກອງບຸນ, ການວຽທຽນ ແລະ ການໃສ່ບາດ.

ນອກຈາກນີ້ ຈະມີການຈັດງານຕະຫລາດນັດວາງສະແດງຂາຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແລະ ສິນຄ້າອື່ນໆ ຄາດວ່າຈະມີ 250 ຮ້ານເຂົ້າຮ່ວມວາງສະແດງ,

ຈະມີການຄົບງັນ ແລະ ສະແດງສິລະປະທັງຈາກພາຍໃນ ແຂວງຈໍາປາສັກ ແລະ ນັກຮ້ອງຮັບເຊີນຈາກປະເທດໃກ້ຄຽງໃນແຕ່ລະຄືນ, ການແຂ່ງຂັນກິລາພື້ນເມືອງ ເປັນຕົ້ນ: ດຶງເຊືອກ, ແລ່ນເປົາ, ປີນເສົາເອົາລາງວັນ, ການປ່ອຍເປັດ-ຈັບເປັດໃນໜອງ ແລະ ອື່ນໆ.

ແຕ່ພິເສດ ໃນປີນີ້ ຈະເພີ່ມອີກ 2 ກິດຈະກໍາເຂົ້າມາໃໝ່ ຄື: ການແຫ່ຜາສາດເຜີ້ງ ແລະ ແຫ່ກາລະພຶກຮ່ວມກັບການແຮ່ຂະບວນອື່ນໆ ໃນມື້ເປີດງານໃນວັນທີ 3 ກຸມພາ ເພື່ອໃຫ້ມີຫລາຍກິດຈະກໍາກວ່າເກົ່າ.

ແຫຼ່ງຂ່າວ: Lao Youth Radio FM 90.0 Mhz

About admin

Check Also

ສູດປະຣິຕະມຸງຄຸນ

ສູດປະຣິຕະມຸງຄຸນ ປັດເປົ່າສິ່ງບໍ່ດີອອກຈາກຂົວປາກເຊ ໃນວັນທີ່ 30/03/2023 ເວລາ 17:20 ໄດ້ເຮັດວີທີຕັດບາດຍາດນ້ຳທີ່ຂົວ ນະຄອນປາກເຊ ຫວັງວ່າຊີເກີດຜົນດີນໍ ລິ້ງຮູບ https://m.facebook.com/story.php?story_fbid=pfbid05rETP5ytpszU9DZX9WVLyhVh8wXSc192cLcEYHrBDK5YJFobExPpxVnxMFg9o33ql&id=100044567228155&mibextid=Nif5oz ກົດ Like ກົດ Share …

Leave a Reply

Your email address will not be published. Required fields are marked *