ຈັບໄດ້ແລ້ວ! ຜູ້ກໍ່ເຫດ ຂ້າຊີງຊັບ ຢູ່ເມືອງມະຫາໄຊ ແຂວງຄຳມ່ວນໃນຄືນວັນທີ 30 ມັງກອນ 2023 ຜ່ານມານີ້ ມີເຫດຄາຕະກຳເກີດຂຶ້ນ
ຢູ່ບ້ານໂພນສະອາດ ເມືອງມະຫາໄຊ ແຂວງຄຳມ່ວນ,
ຜູ້ເສຍຊີວິດຊື່ ເຢັ໋ນລີ່ ເຮັດທຸລະກິດຄ້າຂາຍ ເຊິ່ງຄາດວ່າ ເຫດຈູງໃຈແມ່ນຂ້າຊີງຊັບ ເນື່ອງຈາກຊັບສົມບັດຈຳນວນຫລາຍເສຍຫາຍ
.ຫລ້າສຸດ ວັນທີ 31 ມັງກອນ2023 ນີ້
ເຈົ້າໜ້າທີ່ ປກສ ສາມາດຈັບຕົວຜູ້ກໍ່ເຫດໄດ້ແລ້ວ ພ້ອມຫລັກຖານເງິນທີ່ໄດ້ຈາກການຂ້າຊີງຊັບມາຈຳນວນຫລາຍ
.ສ່ວນລາຍລະອຽດຍັງຢູ່ໃນຂັ້ນຕອນການສືບສວນຂອງເຈົ້າໜ້າທີ່ ຫາກມີຄວາມຄືບໜ້າ ທີມງານຂ່າວໜັງສືພິມລາວພັດທະນາຈະລາຍງານໃຫ້ທ່ານໄດ້ຮັບຊາບຕື່ມ.
#ຂ່າວພາຍໃນລາວພັດທະນາ
#ເຫດການ #ຄາດຕະກອນ_