ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດແຜ່ນດິນໄຫວ
ຈາກສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ໃນວັນທີ 1 ກຸມພາ 2023 ເວລາ 08:15 ໂມງ
ໄດ້ພົບສັນຍານເກີດແຜ່ນດິນໄຫວ 1 ຄັ້ງ ໃນບໍລິເວນ ແຂວງຜົ້ງສາລີ ມີຈຸດສູນກາງສັ້ນຂະໜານທີ່ 22.160 ອົງສາ ເໜືອ ແລະ
ເສັ້ນແວງທີ່ 101.677 ອົງສາຕາເວັນອອກ ຄວາມແຮງສັ່ນ ສະເທືອນວັດແທກໄດ້ 3.2 ຣິກເຕີ, ເຊິ່ງມີຄວາມເລິກຈາກເທິງໜ້າດິນ ປະມານ 2 ກິໂລແມັດ
ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ບ້ານຫ້ວຍຍຸ້ມ ເມືອງຍອດອູ ແຂວງຜົ້ງສາລີ ເຊີ່ງຈຸດເກິດແຜ່ນດິນໄຫວ
ແມ່ນຫ່າງຈາກເທສະບານ ເມືອງຍອດອູ ປະມານ 12 ກິໂລແມັດ.ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ
.#ຮູບພາບລາວພັດທະນາ #ແຜ່ນດິນໄຫວ #ແຂວງຜົ້ງສາລີ