ຊົມເຊີຍ!!! ໄຊຊະນະ ມະນີຈັນ ນັກກິລາປິ່ງປ່ອງເຍົາວະຊົນລາວຄົນທຳອິດ ຄວ້າແຊ້ມລະດັບນາໆຊາດ ລາຍການ WTT Youth Contender Doha 2023
..
ໄຊຊະນະ ມະນີຈັນ, ນັກກິລາປິ່ງປ່ອງເຍົາວະຊົນ ຈາກ ສປປ ລາວ ໄວ 10 ປີ ກາຍເປັນນັກກິລາປິ່ງປ່ອງເຍົາວະຊົນລາວຄົນທຳອິດ ສາມາດຄວ້າແຊ້ມປິ່ງປ່ອງເຍົາວະຊົນ-ໄວໜຸ່ມຊິງແຊ້ມລະດັບນາໆຊາດ ລາຍການ WTT Youth Contender Doha 2023 ທີ່ນະຄອນຫລວງໂດຮາ, ປະເທດກາຕ້າ
…
ໃນລະຫວ່າງວັນທີ 27-30 ມັງກອນ 2023 ຜ່ານມາ..ໄຊຊະນະ ມະນີຈັນ ຫລື ນ້ອງເຄນໂດ້ ຈາກສະໂມສອນດາລາວອນ ລົງແຂ່ງ 2 ລາຍການຄື:
ຮຸ່ນອາຍຸບໍ່ເກີນ 11 ປີ ແລະ ບໍ່ເກີນ 13 ປີ, ໂດຍສາມາດຄ້ວາແຊ້ມໃນຮຸ່ນອາຍຸບໍ່ເກີນ 11 ປີ ດ້ວຍຜົນງານຊະນະ 5 ນັດລວດແບບບໍ່ເສຍເກມ..
ສ່ວນຮອບແບ່ງກຸ່ມ ຊະນະ Youssef ABOUAHMED ຈາກເອຢິບ 3-0 ເກມ: 11-8, 11-4, 11-5, ຊະນະ Hamad AL-ABDULLA ຈາກເຈົ້າພາບກາຕ້າ 3-0 ເກມ: 11-2, 11-4, 11-1 ແລະ ຊະນະ Hamad AL SULAITI ອີກໜຶ່ງນັກກິລາຈາກເຈົ້າພາບ 3-0 ເກມ: 11-9, 11-5, 13-11..
ມາໃນຮອບຮອງຊະນະເລີດ ຫລື 4 ຄົນສຸດທ້າຍ ຊະນະ Rabeah AL-KUWARI ອີກໜຶ່ງນັກກິລາຈາກເຈົ້າພາບ 3-0 ເກມ: 11-2, 11-6, 11-8 ແລະ ຮອບຊິງຊະນະ Abinav PRASANNA ຈາກສະຫະລັດ ອາເມຣິກາ 3-0 ເກມ: 11-8, 11-6, 11-2 ຄວ້າແຊ້ມມາຄອງຢ່າງສະຫງ່າງາມ