ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ລາຍງານຕໍ່ກອງປະຊຸມ ສະຫຼຸບຂະແຫນງພະລັງງານ ແລະ ບໍ່ແຮ່ ທົ່ວ ປະເທດປະຈໍາປີ 2022 ວັນທີ 2 ກຸມພາ 2023 ນີ້ວ່າ:
…
ມາຮອດທ້າຍປັດຈຸບັນທົ່ວປະເທດມີແຫຼ່ງຜະລິດພະລັງງານໄຟຟ້າ ທີ່ມີກໍາລັງຕິດຕັ້ງ 1 MW ຂຶ້ນໄປ ມີທັງຫມົດ 94 ແຫ່ງ, ລວມກໍາລັງຕິດຕັ້ງ 11.661,14 MW, ສາມາດຜະລິດພະລັງງານໄຟຟ້າໄດ້ 58.813 GWh/y;
..
ສໍາລັບ ວຽກງານທໍລະນີສາດ ແລະ ບໍ່ແຮ່ ມີບໍລິສັດທີ່ໄດ້ຮັບອະນຸຍາດຊອກຄົ້ນ, ສໍາຫຼວດ, ສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ທັງຫມົດ 327 ບໍລິສັດ,
ໃນນີ້ ຢູ່ໃນຂັ້ນຕອນການຊອກຄົ້ນ, ສໍາຫຼວດມີທັງຫມົດ 131 ບໍລິສັດ 147 ກິດຈະການ ແລະ ຢູ່ໃນຂັ້ນຕອນການສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ, ຂຸດຄົ້ນ-ປຸງແຕ່ງ ມີທັງຫມົດ 19% ບໍລິສັດ, 288 ກິດຈະການ.
ຮອດທ້າຍປີ 2022 ທົ່ວປະເທດມີໄຟຟ້າຊົມໃຊ້ແບບຖາວອນກວມເອົາ 95% ຂອງຈໍານວນຄົວເຮືອນທັງຫມົດ, ມີສະຖານີກະຈ່າຍໄຟຟ້າ 84 ແຫ່ງ, ມີລະບົບສາຍສົ່ງແຮງດັ່ນສູງ 500 ກວ, 230 ກວ, 115 ກວ;
ລະບົບຕາຂ່າຍແຮງກາງ ແລະ ແຮງຕໍ່າ ເຊິ່ງເປັນເສັ້ນເລືອດໃຫຍ່ ໃນການ ລໍາລຽງກະຈ່າຍໄຟຟ້າໃນຂອບເຂດທົ່ວປະເທດ ທັງຫມົດ 67 ພັນກວ່າກິໂລແມັດ.