ຂ່າວທົ່ວໄປ

ຊົມເຊີຍເຈົ້າໜ້າທີ່ ສົ່ງຕົວແຮງງານລາວທີ່ລັກລອບເຂົ້າປະເທດເຂົ້າກັກຕົວ

ສະຖານະການແບບນີ້ ພໍເຂົ້າໃຈຢູ່ວ່າຄົນເຮົາທຳມາຫາກິນລຳບາກເຂົ້າຍາກໝາກແພງ ລາຍໄດ້ຫົດຫາຍລາຍຈ່າຍຄົງທີ່ແລະສູງກວ່າເກົ່າໃນຫຼາຍລາຍການທຸກຄົນຈິ່ງດິ້ນຮົນຫາລ້ຽງຊີວິດດ້ວຍຮູບແບບຕ່າງໆເທົ່າທີ່ຄວາມສາມາດຈະເຮັດໄດ້ ແຕ່ກໍລະນີລັກລອບເຂົ້າເມືອງຈາກປະເທດທີ່ມີຜູ້ຕິດເຊື້ອຫຼາຍແບບນີ້ເຊື່ອເລີຍຄົົນສ່ວນໃຫຍ່ບໍ່ເຫັນດີ.ແຕ່ກໍຊົມເຊີຍເຈົ້າ

ໜ້າທີ່ໆດັກລໍແຮງງານລາວທີ່ໝີໂຄວິດມາຜ່ານທາງລັດໄດ້ຢ່າງຕໍ່ເນື່ອງ ຫຼ້າສຸດແມ່ນພົບເຫັນຢູ່ເມືອງສັງທອງ ນະຄອນຫຼວງວຽງຈັນ.ໂດຍເຈົ້າໜ້າທີ ປກສ ເມືອງສັງທອງໄດ້ສົມທົບກັບໜ່ວຍງານສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງ ເຂັ້ມງວດໃນການກວດກາ ແລະ ຕິດຕາມຄວາມສະຫົງບຕາມຊາຍແດນລຽບແມ່ນ້ຳຂອງ, ຜ່ານການຈັດຕັ້ງ

ປະຕິບັດ ໃນໄລຍະຕົ້ນເດືອນມັງກອນ ປີ 2021, ໄດ້ກວດກາພົບເຫັນແຮງງານລາວ ຈຳນວນ 13 ຄົນ, ຍິງ 8 ຄົນ, ທີ່ໄດ້ລັກລອບເຂົ້າຕາມເຂດຊາຍແດນແມ່ນ້ຳຂອງ ເມືອງສັງທອງ ນະຄອນຫຼວງວຽງຈັນ ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ຊຶ່ງພວກກຽວໄດ້ຂ້າມຕາມຈຸດເຂດບ້ານປາກຕອນ, ຄອງນໍ້າອ່າງນ້ອຍ, ບ້ານສຳພັນນາ, ບ້ານສະໄກ ແລະ ບ້ານດອນກາງຂອງ.

ດັ່ງນັ້ນ, ເຈົ້າໜ້າທີ່ ປກສ ເມືອງສັງທອງ ຈຶ່ງໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງລົງກວດກາພົບເຫັນ ແລະໄດ້ກັກຕົວວັດແທກອຸນຫະພູມ ເພື່ອເປັນການປ້ອງກັນສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ ອັກເສບປອດສາຍພັນໃໝ່ ( ໂຄວິດ 19) ແລ້ວນຳສົ່ງພວກກ່ຽວທັງໝົດໄປທີ່ສູນກັກກັນ

ຫຼັກ 27 ເມືອງໄຊທານີ ນະຄອນຫຼວງວຽງຈັນຕາມລະບຽບການທີ່ຄະນະສະເພາະກິດວາງອອກ.ບັນດາແຮງງານລາວເຮັດແບບນີ້ບໍ່ແມ່ນແບບຢ່າງທີ່ດີເລີຍເພາະເຈົ້າຕົວເອງບໍມີຫຍັງມາຢືນຢັນເຖິງຄວາມປອດໄພຂອງຕົນເອງຖ້າລັກລອບເຂົ້າມາແລ້ວຕິດເຊື້ອ ທ່ານຈະເປັນຜູ້ແຜ່ເຊື້ອໃຫ້ຄົນທີ່ຮັກເປັນຜູ້ທຳອິດໃຫ້ຄິດເອງ ແລະປະຕິບັດຕາມລະບຽບການຈະດີທີ່ສຸດ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button