ຂ່າວຕ່າງປະເທດຂ່າວທົ່ວໄປ
ປະເທດສະເປນຖືກພາຍຸຫິມະຖະຫຼົ່ມໜັກໃນຮອບ 50 ປີ, ເສັ້ນທາງຖືກຖົ່ມ




ພາຍຸ Filomena ໄດ້ພັດເຂົ້າປະເທດແອັດສະປາຍ ຕັ້ງແຕ່ວັນທີ 7 ມັງກອນ 2021 ຜ່ານມາ ເປັນພາຍຸຂົວໂລກເຮັດໃຫ້ອາກາດເຢັນ, ຝົນຕົກ, ອຸນຫະພູມຫຼຸດ, ຫິມະຕົກໜັກໃນຫຼາຍເຂດ ເຮັດໃຫ້ການຂົນສົ່ງ, ການສັນຈອນ ບໍ່ສາມາດໄປໄດ້.



ໜ່ວຍກູ້ໄພ ແລະ ທະຫານໄດ້ຊ່ວຍເຫຼືອປະຊາຊົນປະມານ 1.500 ຄົນທີ່ຕິດຢູ່ໃນລົດກາງຖະໜົນ ຈາກຫິມະຕົກໜັກ ແລະ ມີຜູ້ໄດ້ຮັບຜົນກະທົບເສຍຊີວິດ 4 ຄົນ, ສະຖິຕິຫິມະຕົກໜັກສຸດໃນຮອບ 50 ປີ ນັບແຕ່ປີ 1971.


