ພົບສົບຊາຍເສຍຊີວິດໃນໜອງສະ!
…
ຕາມການລາຍງານຂອງມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມ່ວນ Rescue Khammouan ໃຫ້ຮູ້ວ່າ:
…
ວັນທີ 09/02/2023 ພົບສົບເພດຊາຍເສຍຊີວິດຢູ່ ໜອງສະບ້ານ ດົງມ່ວງໄຂ່ ເມືອງທ່າແຂກ ແຂວງຄຳມ່ວນ ຜູ້ເສຍຊີວິດແມ່ນ ທ້າວ ອຳຄາ, ອາຍຸ 63 ປີ ອາຊີບ ວ່າງງານ
ເຊິ່ງຜູ້ກ່ຽວເປັນຄອບຄົວທຸກຍາກ ຖືກຍົກເວັ້ນໃນພັນທະຕ່າງໆຂອງບ້ານ ເພາະຄອບຄົວຜູ້ກ່ຽວນອນໃນຄອບຄົວທຸກຍາກ.
ສຳລັບທາງການຈັດຕັ້ງໄດ້ມອບສົບໃຫ້ມູນນິທິຂອງພວກເຮົາຊາປະນະກິດໃຫ້ ( ມື້ນີ້ ) ທ່ານໃດທີ່ຢາກບໍລິຈາກຊ່ວຍຫີບສົບແລະຟືນຈູດ
ສາມາດຕິດຕໍ່ຫາທີມງານພວກເຮົາໄດ້ ຫຼື ໂອນຜ່ານບັນຊີລວມຂອງຄະນະບໍລິຫານງານຂອງທາງພາກສ່ວນກ່ຽວຂ້ອງຜ່ານ ທະນາຄານການຄ້າຕ່າງປະເທດລາວ: 025120001261506-001 ບັນຊີກີບ
