ການເຮັດໜັງສືຜານແດນຊັກຊ້າ ອາດຍ້ອນສາເຫດນີ້

ຕາມຄໍາແນະນໍາຂອງກົມກົງສຸນ ກະຊວງການຕ່າງປະເທດ ທີ່ເຮັດປ້າຍຕິດໄວ້ຈຸດຫນ້າຫ້ອງສໍາພາດ ລະບຸຂັ້ນຕອນການເຮັດຫນັງສືຜ່ານແດນ (ພາສປອດ)

ມີດັ່ງນີ້:ສໍາລັບ ຜູ້ເຮັດຫນັງສືຜ່ານແດນຫົວໃຫມ່ ຈະຕ້ອງໄດ້ປະກອບເອກະສານລວມມີ:

ສໍາເນົາປື້ມສໍາມະໂນຄົວ 1 ຊຸດ, ຕ້ອງຖື ບັດປະຈໍາຕົວ ແລະ ສໍາມະໂນຄົວຕົ້ນສະບັບມາພ້ອມ (ໃນປື້ມດັ່ງກ່າວຕ້ອງມີຮູບຜູ້ກ່ຽວ ປະທັບກາ ປກສ ເມືອງ),

ສໍາລັບຜູ້ທີ່ມີອາຍຸຕໍ່າກວ່າ 18 ປີ ຕ້ອງມີ ໃບ ອະນຸຍາດຈາກຜູ້ປົກຄອງ ໂດຍເຊັນຜ່ານອໍານາດການປົກຄອງບ້ານ 1 ໃບ,

ສ່ວນຜູ້ທີ່ຈະປ່ຽນຫນັງສືຜ່ານແດນໃຫມ່ ຕ້ອງນໍາເອົາຫນັງສືຜ່ານແດນ ຫົວເກົ່າ ແລະ ສໍາເນົາຫນ້າທີ່ມີຮູບ 1 ໃບ,

ພ້ອມນີ້ຕ້ອງມີຫນັງສືຄໍາຮ້ອງ ເຮັດຫນັງສືຜ່ານແດນ ທີ່ສາມາດໂຫລດເອົາເອງໄດ້ໃນເວັບໄຊກະຊວງການ ຕ່າງປະເທດ http://www.mofa.gov.la/index ຫລື http://www.mof.gov.la/lo/passpoort_application (ເອກະສານລະບຸໄວ້ວ່າ ຫ້າມຂາຍ),

ຂຽນໃສ່ຫວ່າງທີ່ກໍານົດໃຫ້ ແລະ ຕິດຮູບ ຂະຫນາດ 4×6 ພື້ນສີຂາວ ພ້ອມປະທັບການາຍບ້ານ ແລ້ວນໍາເອົາເອກະສານດັ່ງກ່າວນັ້ນ ມາຍື່ນຂໍສໍາພາດຢູ່ກົມກົງສຸນ ດ້ວຍຕົນເອງ ເພື່ອຈະໄດ້ຮັບບັດນັດມື້ສໍາພາດຕາມຄິວ.

ຫນັງສືຜ່ານແດນຈະໄດ້ຮັບພາຍຫລັງສໍາພາດແລ້ວ ໂດຍໃຊ້ ເວລາແຕ່ 10 ຫາ 15 ວັນ (ບໍ່ນັບວັນພັກລັດຖະການ) ໃນລາຄາປົກກະຕິແບບທໍາມະດາແມ່ນ 400.000 ກີບ/ຫົວແຕ່ໄລຍະບໍ່ດົນມານີ້ ໄດ້ມີປະຊາຊົນຈໍານວນຫນຶ່ງສ່ອງແສງມາວ່າ ການເຮັດຫນັງສືຜ່ານແດນ ມີຄວາມຫຍຸ້ງຍາກຫລາຍ,

ໃຊ້ເວລາດົນ ນັບແຕ່ມື້ ຍື່ນເອກະສານ ແລ້ວຕ້ອງລໍຖ້ານັດສໍາພາດ ໄວສຸດກໍແມ່ນ 21 ວັນ ຫລື ເປັນເດືອນກໍມີ, ຍ້ອນມີພວກນາຍຫນ້າມາຮັບເອກະສານ ເພື່ອລັດຄິວ ແລະ ຫາລາຍໄດ້ທີ່ບໍ່ຊອບທໍາ,

ຫາກທ່ານໃດຕ້ອງການຮີບດ່ວນ ແລະ ຕ້ອງການເຂົ້າສໍາພາດພາຍໃນວັນນັ້ນ ຈະຕ້ອງໄດ້ຈ່າຍເງິນໃຫ້ພວກເຂົາ ແຕ່ 1-1,5 ລ້ານກີບ. ດັ່ງນັ້ນ, ຈິ່ງເປັນສາເຫດເຮັດໃຫ້ຜູ້ບໍ່ມີຄວາມສາມາດຈ່າຍເງິນທີ່ມີມູນຄ່າສູງດັ່ງກ່າວ ຕ້ອງໄດ້ລໍຖ້າ ເປັນເວລາຍາວເກີນກ່ ວາກໍານົດ.

ເຖິງຢ່າງໃດກໍດີ ການສ່ອງແສງດັ່ງກ່າວ ອາດບໍ່ມີຄວາມແນ່ນອນ ດັ່ງນັ້ນ, ວັນທີ 9 ກຸມພາ 2023 ນີ້ ທີມງານຂ່າວຫນັງສືພິມລາວພັດທະນາ ຈຶ່ງ ໄດ້ລົງໄປສະຖານຕົວຈິງທີ່ອອກຫນັງສືຜ່ານແດນ ຢູ່ນະຄອນຫລວງວຽງຈັນ ຜົນປາກົດວ່າ ເປັນດັ່ງທີ່ປະຊາຊົນສ່ອງແສງມາ.

ນັບຕັ້ງແຕ່ກ້າວ ຂາເຂົ້າສູ່ເຂດ ທັງນອກ ແລະ ໃນກໍາແພງ ຈະມີກຸ່ມນາຍຫນ້າເຂົ້າມາສະເຫນີເງື່ອນໄຂຄວາມສະດວກໃຫ້ ເປັນຕົ້ນແມ່ນສິດໃນການເຂົ້າສໍາພາດ ພາຍໃນມື້, ສິດໃນການໄດ້ຮັບປື້ມຫນັງສືຜ່ານແດນພາຍໃນ 5 ວັນ ແຕ່ຕ້ອງຈ່າຍເງິນ ຕາມລໍາດັບຄວາມຮີບດ່ວນຢູ່ລະຫວ່າງ 1-2 ລ້ານກີບ ມີທັງ

ບໍລິການເອົາປຶ້ມອອກມາໃຫ້ ຫລື ເຂົ້າໄປຮັບປື້ມເອງແລ້ວແຕ່ສະດວກຂອງຜູ້ຕ້ອງການເຮັດຫນັງສືຜ່ານແດນ (ຄົນຮັບແລ່ນບໍ່ແມ່ນພະນັກງານ ເປັນພຽງນາຍຫນ້າບໍ່ມີສັງກັດ)

.ຈາກເຫດການທີ່ເກີດຂຶ້ນນັ້ນ ຖືວ່າເປັນນຶ່ງໃນບັນດາປາກົດການຫຍໍ້ທໍ້ທາງສັງຄົມ, ອັນສ້າງຄວາມຫຍຸ້ງຍາກລໍາບາກແກ່ປະຊາຊົນ ແລະ ເປັນການກົດຫນ່ວງຖ່ວງດຶງໃຫ້ພາບລັກຂອງການເຮັດວຽກໃນຂົງເຂດລັດມົວຫມອງໄປນໍາ.

ດັ່ງນັ້ນ, ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ລົງຕິດຕາມກວດກາ ແລະ ແກ້ໄຂ ບັນຫາຕ່າງໆນັ້ນໃຫ້ຫມົດໄປ ເພື່ອຄວາມເປັນເອກະພາບ ແລະ ເທົ່າທຽມໃນສັງຄົມ ຕາມເປົ້າຫມາຍ ແລະ ນະໂຍບາຍພັກລັດທີ່ວາງອອກດ້ວຍ.

About admin

Check Also

ແກ້ໄຂເຫດເບື້ອງຕົ້ນ ເຫັນດີເອົາອອກແທ່ງໜຶ່ງກ່ອນ

ແກ້ໄຂເຫດເບື້ອງຕົ້ນ ເຫັນດີເອົາອອກແທ່ງໜຶ່ງກ່ອນ ເພື່ອໃຫ້ສັນຈອນໄປມາໄດ້ ກໍລະນີ ປະຊາຊົນເອົາໄປວາງຕັນທາງ ເສັ້ນທາງຮ່ອມ 27 ບ້ານຫ້ວຍຫົງ ໄປຫາຮ່ອມ 22 ທາງໄປໂຮງໝໍແມ່ ແລະ ເດັກ ສ້າງຄວາມຫຍຸ້ງຍາກ ແກ່ຜູ້ສັນຈອນໄປມາ …

Leave a Reply

Your email address will not be published. Required fields are marked *