ສາເຫດທີ່ອັດຕາເງິນເຟິ້ ຍ້ອນການຜະລິດຍັງບໍ່ເຂັ້ມແຂງ

ວັນທີ 7 ກຸມພາ 2023, ທ່ານ ນາງ ສາລິກາ ຈັນທະລາວົງ ຮອງຫົວຫນ້າກົມສະຖິຕິເສດຖະກິດ ສູນສະຖິຕິແຫ່ງຊາດກະຊວງແຜນການ ແລະ ການລົງທຶນ (ສຖຕ)

..​

ໄດ້ລາຍງານກ່ຽວກັບສະພາບອັດຕາເງິນເຟີ້ເດືອນມັງກອນ ທີ່ທະນາຄານແຫ່ງສປປ ລາວ ວ່າ:

..​

ອັດຕາເງິນເຟີ້ ລວມຂອງເດືອນທໍາອິດຂອງປີ 2023 ຍັງສືບຕໍ່ເພີ່ມສູງຂຶ້ນ ເຊິ່ງຢູ່ໃນລະດັບ 40,3% (ເດືອນທັນວາ 2022 ແມ່ນ 39,3%) ເປັນໂຕເລກສູງ ໃນຮອບ 23 ປີ,

ຫມວດທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນສູງກວ່າຫມູ່ແມ່ນຫມວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 49,9%, ຫມວດສະບຽງ ອາຫານ ແລະ ເຄື່ອງດື່ມບໍ່ແມ່ນເຫລົ້າ ເພີ່ມຂຶ້ນ 47,1%, ຫມວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 42,2%, ຫມວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 34,3%, ຫມວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 34,0% ແລະ ຫມວດເຫຼົ້າ – ຢາສູບ ເພີ່ມຂຶ້ນ 26,3%.

ສໍາລັບການປ່ຽນແປງລາຄາສິນຄ້າ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນປ່ຽນແປງຫລາຍເຊັ່ນ: ລາຄາເຂົ້າສານຫນຽວ (ລຸ້ນ ແຊບ1) ເດືອນມັງກອນ ປີ 2023 ສະເລ່ຍ 14.000 ກີບ/ກິໂລ ທຽບກັບເດືອນມັງກອນປີຜ່ານມາຢູ່ໃນລະດັບ 8.500ກີບ/ກິໂລ, ລາຄາໄຂ່ ໄກ່ ສະເລ່ຍ 57.000 ກີບ/ແຕະ, ປີຜ່ານມາຢູ່ໃນລະດັບ 37.000 ກີບ/ແຕະ, ລາຄາຊີ້ນຫມູປະເພດ1 ສະເລ່ຍ 73.000 ກີບ/ກິໂລ,

ປີຜ່ານ ມາຢູ່ໃນລະດັບ 50.000 ກີບ/ກິໂລ,ຊີ້ນງົວປະເພດ 1 ຢູ່ໃນລະດັບ 94.000 ກີບ/ກິໂລ ຢູ່ໃນລະດັບ 78.000 ກີບ/ກິໂລ, ລາຄານໍ້າມັນກະ ຊວນສະເລ່ຍ 19.000 ກີບ/ລິດ, ປີຜ່ານມາຢູ່ໃນລະດັບ 11.000 ກີບ/ລິດ ແລະ ລາຄາສິນຄ້າອື່ນໆ ກໍເພີ່ມຂຶ້ນເຊັ່ນດຽວກັນ.

ສ່ວນສາເຫດຕົ້ນຕໍໃນການເພີ່ມຂຶ້ນຂອງອັດຕາເງິນເຟີ້ໃນເດືອນມັງກອນ 2023 ຍັງແມ່ນປັດໄຈພື້ນຖານການຜະລິດຍັງບໍ່ທັນເຂັ້ມແຂງ ແລະ ຜະລິດຕາມລະດູການ, ສ່ອງແສງລາຍການສິນຄ້າທີ່ພວກເຮົາເກັບມີປະມານ 53% ແມ່ນສິນຄ້ານໍາເຂົ້າ.

ສະນັ້ນ, ການອ່ອນຄ່າ ຂອງເງິນກີບເມື່ອທຽບກັບສະກຸນເງິນບາດ, ໂດລາ ເປັນປັດໄຈຫນຶ່ງເຮັດໃຫ້ສິນຄ້າແພງຂຶ້ນ; ການເພີ່ມຂຶ້ນຂອງລາຄານໍ້າມັນໄດ້ກະທົບໃສ່ ສິນຄ້ານໍາເຂົ້າລວມທັງສິນຄ້ານໍາເຂົ້າທີ່ເປັນປັດໄຈການຜະລິດຈຶ່ງເຮັດໃຫ້ສິນຄ້າມີລາຄາສູງຂຶ້ນ.

ພ້ອມນັ້ນ, ລາຄາສິນຄ້າໃນເດືອນມັງກອນອາດໄດ້ຮັບຄວາມກົດດັນຈາກຄວາມຕ້ອງການຂອງຜູ້ບໍລິໂພກຢູ່ພາຍໃນທີ່ເພີ່ມຂຶ້ນຍ້ອນເປັນໄລຍະເທດສະການສະຫລອງງານ ບຸນປີໃຫມ່ສາກົນ, ປີໃຫມ່ຫວຽດນາມ ແລະ ຈີນ ເຊິ່ງກະທົບໃສ່ລາຄາສິນຄ້າແພງຂຶ້ນ.

About admin

Check Also

ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ຈະເປີດໃນວັນທີ 13 ເມສາ 2023 ນີ້

👏👏👏 ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ຈະເປີດໃນວັນທີ 13 ເມສາ 2023 ນີ້ ຕອນຄ່ຳວັນທີ 30 ມິນາ 2023 ທີ່ໂຮງແຮມລາວພລາຊາ , ສະຫາຍ …

Leave a Reply

Your email address will not be published. Required fields are marked *