ບໍລິສັດ ລາວເວີນ ມະຫາຊົນ ມອບເງິນອັດສີດມູນຄ່າ 10,000,000 ກີບ

ບໍລິສັດ ລາວເວີນ ມະຫາຊົນ ມອບເງິນອັດສີດມູນຄ່າ 10,000,000 ກີບ

ໃຫ້ແກ່ນັກກິລາປິ່ງປ່ອງແຫ່ງຊາດລາວ.—————————————–ຕາງໜ້າບໍລິສັດ ລາວເວີນ ມະຫາຊົນ ໂດຍ:

ທ່ານ ນາງຄຳພາ ຄຳບຸນເຮືອງ ຮອງຜູ່ອຳນວຍການໃຫຍ່ ຝ່າຍການຄ້າ ໄດ້ມອບເງິນອັດສີດມູນຄ່າ: 10,000,000 ກີບ ໃຫ້ແກ່ທ້າວ ໄຊຊະນະ ໄຊສະຫວາດ

ແລະ ສະຫະພັນປິ່ງປ່ອງແຫ່ງຊາດລາວ ທີ່ໄດ້ສ້າງປະຫວັດສາດໜ້າໃໝ່ຂອງວົງການປິ່ງປ່ອງລາວ ເຊິ່ງຍາດໄດ້ລາງວັນຊະນະເລີດ ລະດັບສາກົນ ທີ່ປະເທດ ກາຕ້າ ໃນເດືອນ ມັງກອນ ປີ 2023 ທີ່ຜ່ານມາ

.ແລະເພື່ອເປັນການກຽມຄວາມພ້ອມໃນເດືອນກັນຍາ ປີ 2023 ນີ້ ທີ່ປະເທດລາວໄດ້ຮັບກຽດເປັນເຈົ້າພາບໃນການແຂ່ງຂັນປິ່ງປ່ອງເຍົາວະຊົນໂລກ (WTT Youth Contender) ທີ່ຈະຈັດຂື້ນ

ທີ່ສູນການຄ້າ ໄອເຕັກມໍ (ຊັ້ນ 7) ຂໍສະແດງຄວາມຂອບໃຈ ແລະ ຮູ້ສຶກເປັນກຽດຢ່າງສູງສຸດທີ່ໄດ້ເປັນຜູ້ອຳນວຍຄວາມສະດວກດ້ານສະຖານທີ່ການແຂ່ງຂັນ

ໃນຄັ້ງນີ້.ຫວັງເປັນຢ່າງຍິ່ງວ່າຈະໄດ້ກຳລັງໃຈຈາກປະຊາຊົນຄົນລາວ ແລະ ຜູ້ຮ່ວມສະໜັບສະໜູນຈາກພາກສ່ວນຕ່າງໆ ທີ່ເປັນສ່ວນໜື່ງໃນການຊຸກຍູ້ນັກກິລາປິ່ງປ່ອງລາວໃຫ້ກ້າວໄປສູ່ລະດັບສາກົນ.

About admin

Check Also

ແຕກອີກແລ້ວ

ແຕກອີກແລ້ວ ເສດຖີຄົນໃໝ່ ຖຶກເລກ 500.000.000 ກິບ ດີໃຈນຳຜູ້ໂຊກດວງເຮັງທີ່ເປັນເສດຖີຂ້າມຄືນໃນຄັ້ງນີ້ເດີ 😍ລາງວັນຊື້1,000ກີບ👉1ໂຕທ້າຍ ໄດ້ຮັບ 5,000ກີບ👉2ໂຕທ້າຍ ໄດ້ຮັບ 60,000ກີບ👉3ໂຕທ້າຍ ໄດ້ຮັບ 500,000ກີບ👉4ໂຕທ້າຍ ໄດ້ຮັບ 5,000,000 …

Leave a Reply

Your email address will not be published. Required fields are marked *