ປິດຊ່ອງທາງການສັນຈອນ ເມືອງວັງວຽງ ຈຸດຂົວນໍ້າຊົ່ວຄາວ

ປິດຊ່ອງທາງການສັນຈອນ ເມືອງວັງວຽງ ຈຸດຂົວນໍ້າຊົ່ວຄາວ 12 ວັນ

..​

ເລີ່ມແຕ່ວັນທີ 15-26 ກຸມພາ 2023 ເນື່ອງຈາກມີການສ້ອມແປງ ຈຸດຂົວນໍ້າມອນ ເມືອງວັງວຽງ ແຂວງວຽງຈັນ ເສັ້ນທາງຫຼວງແຫ່ງຊາດ 13 ເໜືອ

ເພື່ອຮັບປະກັນການສ້ອມແປງໃຫ້ຖືກ ຕ້ອງຕາມເຕັກນິກ ແລະ ຮັບປະກັນຄວາມປອດໄພ ໃນໄລຍະການສ້ອມແປງທ່ານສາມາດປະຕິບັດດັ່ງນີ້:

– ວັນທີ 15-26 ກຸມພາ 2023 ເວລາ 5:00-22:00 ເປັນເວລາ 12 ວັນ, ປິດການສັນຈອນລົດໜັກເທິງຂົວ(ນ້ໍາໜັກເກີນ 4 ໂຕນ), ລົດໃຫຍ່ (ນໍ້າໜັກໜ້ອຍກວ່າ 4 ໂຕນ) ແລະ ລົດຈັກ ສາມາດສັນຈອນໄດ້.

– ວັນທີ 16-21 ກຸມພາ 2023 ເວລາ 22:00-5:00 ເປັນເວລາ 6 ວັນ, ປິດການສັນຈອນລົດໃຫຍ່ (ນໍ້າໜັກ ໜ້ອຍກວ່າ 4 ໂຕນ), ລົດຈັກ ສາມາດສັນຈອນໄດ້.

– ວັນທີ 15-26 ເວລາ 22:00-5:00 ເປັນເວລາ 12 ວັນ, ປິດການສັນຈອນລົດໜັກ (ນໍ້າໜັກເກີນ 4 ໂຕນ),

ລົດຈັກສາມາດສັນຈອນໄດ້.ສ່ວນການນໍາໃຊ້ທາງເວັ້ນແມ່ນນໍາໃຊ້ທາງດ່ວນ ສະຖານີວັງວຽງ ແລະ ສະຖານນີວັງຄີ ໃນໄລຍະການປິດຊົ່ວຄາວ.

#ຂ່າວຮູບພາບລາວພັດທະນາ #ເສັ້ນທາງການສັນຈອນ #ນະຄອນຫລວງວຽງຈັນ_ວັງວຽງ

About admin

Check Also

ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ຈະເປີດໃນວັນທີ 13 ເມສາ 2023 ນີ້

👏👏👏 ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ຈະເປີດໃນວັນທີ 13 ເມສາ 2023 ນີ້ ຕອນຄ່ຳວັນທີ 30 ມິນາ 2023 ທີ່ໂຮງແຮມລາວພລາຊາ , ສະຫາຍ …

Leave a Reply

Your email address will not be published. Required fields are marked *