ສປປ ລາວ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈຳປີ 2023

ໃນໂອກາດງານມະຫາກໍາການທ່ອງທ່ຽວອາຊຽນ ປະຈຳປີ 2023 ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 02-05 ກຸມພາ 2023 ທີ່ ເມືອງ ຢ໋ອກຢາກາຕ້າ, ປະເທດ ອິນໂດເນເຊຍ. ໃນງານຄັ້ງນີ້ໄດ້ມີການຈັດງານມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ໃນວັນທີ 05 ກຸມພາ 2023 ເຊິ່ງລວມມີ 4 ມາດຕະຖານຄື:

1. ມາດຕະຖານເຮືອນພັກແຮມອາຊຽນ, ປະເທດລະ 5 ລາງວັນ- ເຮືອນພັກແຮມ ບ້ານນາຍາງໃຕ້, ເມືອງນໍ້າບາກ, ແຂວງຫຼວງພະບາງ- ເຮືອນພັກແຮມ ບ້ານວຽງເໜືອ, ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ

– ເຮືອນພັກແຮມ ບ້ານນາດ້ວງ, ເມືອງວັງວຽງ, ແຂວງວຽງຈັນ- ເຮືອນພັກແຮມ ບ້ານຫົວດອນແດງ, ເມືອງປະທຸມພອນ, ແຂວງຈໍາປາສັກ- ເຮືອນພັກແຮມ ບ້ານດອນໂຄ, ເມືອງຊະນະສົມບູນ, ແຂວງຈໍາປາສັກ2. ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ,

ປະເທດລະ 5 ລາງວັນ- ບ້ານນາທອງ, ເມືອງວັງວຽງ, ແຂວງວຽງຈັນ – ບ້ານນາຍາງໃຕ້, ເມືອງນໍ້າບາກ, ແຂວງຫຼວງພະບາງ- ນໍ້າປ່ຽນຢໍລະປ່າ, ເມືອງປາກງື່ມ, ນະຄອນຫຼວງ ວຽງຈັນ- ຕາດເຍືອງ, ເມືອງປາກຊ່ອງ, ແຂວງຈໍາປາສັກ- ບ້ານໜອງຫຼວງ, ເມືອງປາກຊ່ອງ, ແຂວງຈໍາປາສັກ

3. ມາດຕະຖານການບໍລິການສະປາອາຊຽນ, ປະເທດລະ 5 ລາງວັນ- ຮ້ານ ຈໍາປາສະປາ, ນະຄອນຫຼວງວຽງຈັນ- ຮ້ານ ລິ່ນລີ່ສະປາ, ນະຄອນຫຼວງວຽງຈັນ- ຮ້ານ ສະປາ ຢູ່ໂຮງແຮມພູແມນ, ແຂວງຫຼວງພະບາງ- ຮ້ານ ສະປານະວຽງຈັນ,

ນະຄອນຫຼວງວຽງຈັນ- ຮ້ານ ເລີສະປາ ຢູ່ໂຮງແຮມໂຊຟີເທວ, ແຂວງຫຼວງພະບາງ4. ມາດຕະຖານຫ້ອງນໍ້າສາທາລະນະອາຊຽນ, ປະເທດລະ 5 ລາງວັນ- ຫ້ອງນໍ້າສາທາລະນະ ຢູ່ສະຖານທີ່ທ່ອງທ່ຽວມໍລະດົກໂລກ ວັດພູຈໍາປາສັກ, ແຂວງຈໍາປາສັກ

– ຫ້ອງນໍ້າສາທາລະນະ ຢູ່ສະຖານທີ່ທ່ອງທ່ຽວນໍ້າຕົກຕາດກວາງຊີ ແຂວງຫຼວງພະບາງ- ຫ້ອງນໍ້າສາທາລະນະ ຢູ່ສະຖານທີ່ທ່ອງທ່ຽວຖໍ້ານາງຟ້າ, ເມືອງວັງວຽງ ແຂວງວຽງຈັນ- ຫ້ອງນໍ້າສາທາລະນະ ຢູ່ສະຖານທີ່ທ່ອງທ່ຽວນໍ້າຕົກຕາດພູເພັດ-ພູຄໍາ

ແຂວງຫຼວງນໍ້າທາ- ຫ້ອງນໍ້າສາທາລະນະ ຢູ່ສວນສາທາລະນະໜອງສະພັງແລນ ນະຄອນຫຼວງວຽງຈັນໃນງານມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນປະຈໍາປີ 2023 ໃນຄັ້ງນີ້, ໄດ້ມີການມອບລາງວັນໃຫ້ພາກສ່ວນຕ່າງໆ ຈາກພາກລັດ,

ພາກທຸລະກິດ ແລະ ຜູ້ປະກອບການຂອງຊຸມຊົນທ້ອງຖິ່ນ ເຊິ່ງໄດ້ຮັບການນໍາພາຈາກການນໍາຂັ້ນສູນກາງ, ຂັ້ນແຂວງ ແລະ ການມີສ່ວນຮ່ວມຈາກ ພາກລັດ, ພາກທຸລະກິດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງ ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກລັດຖະບານແຫ່ງ ສປປ ລາວ ແລະ

ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2 (ADB) (Second GMS Tourism Infrastructure for Inclusive Growth Project-TIIGP2).

ຂໍ້ມູນ+ຮູບພາບຈາກ: Tourism Standards in Lao PDR

About admin

Check Also

ດ່ວນໆ

ອຸບັດຕິເຫດ ທີ່ກິວມ່ວງ ໃກ້ເມືອງຊຽງເງິນ ແຂວງຫລວງພະບາງ.ບໍ່ມີລາຍງານຜູ້ບາດເຈັບ. ລິ້ງຄລິບ https://m.facebook.com/story.php?story_fbid=pfbid02qVVzWerLGZkzRyQwAV2s2dXCCz5GDSPhb9mcd22eFg2yUVk7smtSwayw53MDsZf9l&id=100050843372972&mibextid=Nif5oz ສ່ວນລົດແລະ ສິ່ງຂອງເປເພເສຍຫາຍຫຼາຍ ລາຍງານໂດຍ: ສະລັກ25 ມີນາ 2023

Leave a Reply

Your email address will not be published. Required fields are marked *