ຂ່າວດີ🥰(ກູ້ເງິນເກືອບ 95 ຕື້ກີບ = 5,2ລ້ານ ໂດລາ ຈາກທະນາຄານໂລກມາເພື່ອພັດທະນາການສືກສາ ສປປ ລາວ) (ຍີ້ມໄດ້ລະບາດນີ້)
ຈາກເວັບໄຊ Lao X ລາຍງານວ່າ: ທະນາຄານໂລກໄດ້ອະນຸມັດເງິນທຶນຫຼາຍກວ່າ 9,7 ລ້ານໂດລາສະຫະລັດ ໃນນີ້ປະມານ 4,4 ລ້ານໂດລາ ແມ່ນທະນາຄານໂລກໄດ້
ຊ່ວຍເຫຼືອລ້າ ແລະ 5,2 ລ້ານໂດລາ ແມ່ນທາງ ສປປ ລາວ ກູ້ຢືມນຳທະນາຄານໂລກ ເພື່ອເອົາມາສະໜັບສະໜູນດ້ານການສຶກສາຢູ່ລາວ ໃນ 223 ກິດຈະກຳ,
ພາຍໃຕ້ການຮ່ວມມືສາກົນຂອງ ສປປ ລາວ ເພື່ອການສຶກສາ ໃນໂຄງການ ການຮຽນຮູ້ ແລະ ຄວາມສະເໝີພາບເລັ່ງລັດ ຫຼື GPEIII:LEAP ປີ 2023.
ການໃຫ້ທຶນໃໝ່ດັ່ງກ່າວໄດ້ຖືກປະກາດໃນວັນທີ 13 ກຸມພາ 2023 ທີ່ຜ່ານມາ ໃນກອງປະຊຸມຄະນະກຳມະການປັບປຸງໂຄງການ GPEIII:LEAP ລະຫວ່າງກະຊວງສຶກສາທິການ ແລະ ກິລາ ແລະ ຄະນະທະນາຄານໂລກ
ໂດຍການເປັນປະທານຂອງທ່ານ ດຣ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.