😲ພົບເມືອງເກົ່າໃນສະໄໝບູຮານ ຢູ່ບ້ານໜອງເຮືອທອງ ແຂວງສະຫວັນນະເຂດ•ໃນວັນທີ 10 ກຸມພາ 2023 ທີ່ຜ່ານມາ,
..
ທ່ານ ໂພສີສ້ອຍ ກຸທິລາດ ກຳ ມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງສະຫວັນນະເຂດ ໄດ້ລົງຕິດຕາມຊຸກຍູ້ການເກັບກຳຂໍ້ມູນ ແລະ ຂຸດຄົ້ນທາງດ້ານບູຮານ ວິທະຍາ ທີ່ແຫຼ່ງບູຮານວິທະຍາ ບ້ານໜອງເຮືອທອງ ເມືອງໄຊບູລີ,
ໂດຍມີທ່ານ ສຸລິວົງ ສີວໍລະວົງ ກຳມະການປະຈຳພັກເມືອງ ຮອງເຈົ້າເມືອງໄຊບູລີ ຮ່ວມພາທາງ.•ທ່ານ ບຸນເລິງ ອິນທິສັກ ຮອງຫົວໜ້າຂະແໜງວັດທະນະທຳແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມໃນການສຳຫຼວດຂຸດຄົ້ນ
ຮ່ວມກັບກົມມໍລະດົກກະຊວງ ຖວທ ແລະ ຊ່ຽວຊານຈາກສະຖາບັນຝຣັ່ງແຫ່ງພາກຕາເວັນອອກໄກ ໃຫ້ຮູ້ວ່າ: ແຫຼ່ງບູຮານວິທະຍາ ໜອງເຮືອທອງ ເຊິ່ງກ່ອນໜ້ານີ້ຄື ໃນປີ 2008 ປະຊາຊົນໄດ້ຂຸດຄົ້ນພົບວັດຖຸມີຄ່າຫຼາຍລາຍການ,
ປັດຈຸບັນແຂວງສະຫວັນນະເຂດເປັນຜູ້ເກັບຮັກສາໄວ້, ຈາກການສໍາຫຼວດເກັບກຳຂໍ້ມູນໃນເບື້ອງຕົ້ນ ບໍລິເວນນີ້ຄາດວ່າຈະເປັນຕົວ ເມືອງເກົ່າໃນສະໄໝບູຮານ.
•ດັ່ງນັ້ນ, ທາງກະຊວງ ຖວທ ຮ່ວມກັບ ສະຖາບັນຝຣັ່ງແຫ່ງພາກ ຕາເວັນອອກໄກຈຶ່ງໄດ້ລົງເກັບກຳຂໍ້ມູນຄືນໃໝ່ ແລະ ສໍາຫຼວດຂຸດຄົ້ນບາງຈຸດຕາມບໍລິເວນທີ່ຄາດວ່າຈະແມ່ນຄູເມືອງ ແລະ




ຈຸດທີ່ພົບວັດຖຸມີຄ່າກ່ອນໜ້ານີ້ ໂດຍການສຳຫຼວດແມ່ນເລີ່ມແຕ່ວັນທີ 1 ກຸມພາ 2023 ເປັນຕົ້ນມາ ແລະ ມາຮອດປັດຈຸບັນໄດ້ຂຸດເພື່ອສໍາຫຼວດເບິ່ງ ຊັ້ນດິນທັງໝົດ 13 ຈຸດ,
ມີບາງຈຸດໄດ້ພົບຫຼັກຖານທີ່ຈະນຳໄປສູ່ການກຳນົດອາຍຸຂອງສະຖານທີ່ ແລະ ທີ່ເດັ່ນກວ່າໝູ່ແມ່ນບໍລິເວນດອນສິມ
ໄດ້ພົບດິນຈີ່ເກົ່າແກ່ໂຄງສ້າງອາຄານຄາດວ່າຈະມີອາຍຸກວ່າ 2.000 ປີ ແລະ ການສໍາຫຼວດນີ້ຈະດຳເນີນໄປຮອດວັນທີ 2 ມີນາ 2023 ຈຶ່ງຈະໄດ້ຢຸດຕິ.
Cr: ສະຫວັນພັດທະນາ.