ລາວ ປ່ຽນທິດຕະຫຼາດນໍາເຂົ້າອາຫານທະເລ! ສ້າງໂອກາດໃຫ້ແກ່ສິນຄ້າທະເລຫວຽດນາມ

ບັນດາອາຫານທະເລຫວຽດນາມ ສົ່ງອອກໄປຍັງຕະຫຼາດລາວ ເປັນຕົ້ນແມ່ນຈາກເຂດທະເລພາກກາງ, ປາມຶກເງະອານ ຍາມໃດກໍ່ໄດ້ຮັບຄວາມນິຍົມຈາກປະຊາຊົນລາວ ແລະ ເມື່ອບໍ່ດົນຜ່ານມາ ພະຍາດໂຄວິດ-19

ໄດ້ແຜ່ລະບາດຢູ່ຕະຫຼາດຂາຍອາຫານທະເລຂອງໄທ ໄດ້ແຜ່ລະບາດໄປຫຼາຍແຂວງ, ເຮັດໃຫ້ລັດຖະບານລາວ ມີຄວາມເປັນຫ່ວງ ຈຶ່ງໄດ້ອອກຄໍາສັ່ງຢຸດຕິການນໍາເຂົ້າສິນຄ້າອາຫານທະເລຈາກໄທ ແຕ່ທ້າຍເດືອນທັນວາ 2020.
ບັນດາທຸລະກິດ ກ່ຽວກັບເຄື່ອງທະເລຂອງລາວ ໄດ້ຫັນປ່ຽນທິດຊອກຫາບໍລິສັດສົ່ງອອກອາຫານທະເລຂອງຫວຽດນາມ.

ຫຼາຍປີມານີ້, ແຫຼ່ງສິນຄ້າອາຫານທະເລຫວຽດນາມ ທີ່ໄດ້ນໍາເຂົ້າລາວເປັນຕົ້ນແມ່ນມາຈາກເຂດທະເລພາກກາງ, ດ້ວຍທາງບົກຜ່ານດ່ານຊາຍແດນເກົ່າແຈວ (ແຂວງຮ່າຕິງ) ແລະ ດ່ານຊາຍແດນ ລາວບາວ (ແຂວງກວ໋າງຈິ),

ດ້ວຍປະລິມານບໍ່ຫຼາຍ, ຕົ້ນຕໍໂດຍແມ່ນແມ່ຄ້າຂາຍຍ່ອຍທີ່ເປັນຄົນຫວຽດນາມ ດໍາເນີນທຸລະກິດຢູ່ລາວ ສັ່ງຊື້ເພື່ອສະໜອງໃຫ້ບາງຮ້ານອາຫານ ແລະ ອາຫານທະເລເກືອບທັງໝົດທີ່ວາງຂາຍຢູ່ຮ້ານຊັບພະສິນຄ້າ ແລະ ຕະຫຼາດໃຫຍ່ຂອງລາວ ແມ່ນນໍາເຂົ້າຈາກໄທ.

ສ່ວນສິນຄ້າອາຫານທະເລຫວຽດນາມ ຍັງບໍ່ສາມາດຍາດສ່ວນແບ່ງກັບສິນທະເລຂອງໄທໄດ້ ແລະ ໃນໂອກາດທີ່ລັດຖະລາວ ໂຈະການນຳເຂົ້າອາຫານທະເລຈາກໄທນີ້ຖືເປັນໂອກາດໃຫ້ແກ່ທຸລະກິດຫວຽດນາມ ໃນການສົ່ງອອກອາຫານທະເລເຂົ້າຕະຫຼາດຂອງລາວ.