ອີຕົນ!ຫົວອົກຄົນໃນຄອບຄົວທີ່ຕ້ອງສູນເສຍຄົນທີ່ຮັກຫຼົງເຫຼືອພຽງຮູບແລະຄວາມຊົງຈຳ

ຕາອີຕົນ!ບາງຊິ້ນສ່ວນທີ່ຖືກພົບໃນການຄົ້ນຫາຍົນຕົກທີ່ອິນໂດເນເຊຍເສື້ອລາຍມິກກີ້ຂອງຫຼານນ້ອຍໂຊກຮ້າຍຍັງຄົງສະພາບເດີມແຕ່ວ່າຫຼານນ້ອຍບໍ່ໄດ້ຢູ່ແລ້ວ

ຍົນສາຍການບິນ Sriwijaya Air boeing 737-500 ຈາກ ຈາກາຕາ-ປອນເຕຍນັດ, ພາຍໃນປະເທດ, ຖ້ຽວບິນSJ 182 ຂາດການຕິດຕໍ່ໃນເວລາ 14.40 ມ. ຫຼັງຂຶ້ນບິນໄດ້ພຽງ 4 ນາທີ.

ມີຜູ້ໂດຍສານພ້ອມລູກເຮືອ 62ຄົນ (ຜູ້ໃຫ່ຍ 46 ຄົນ, ເດັກນ້ອຍ 7 ຄົນ, ແອນ້ອຍ 3 ຄົນ/ນັກບິນ 2 ຄົນ, ພ/ງອີກ 4 ຄົນ).ແລະລວມໃນນັ້ນກໍ່ມີຫຼານຄົນໜຶ່ງທີ່ເຄາະຮ້າຍ ຫຼົງເຫຼືອແຕ່ເສື້ອໄວ້ໃຫ້ຄອບຄົວເບິ່ງຕາງໜ້າ ເສື້ອຍັງຄົງສະພາບເດີມແຕ່ຫຼານນ້ອຍໄດ້ຈາກຄອບຄົວສຸດທີ່ຮັກໄປບໍ່ມີວັນຫວນກັບແລ້ວ

ຊາວບ້ານແລະຊາວປະມົງຫາປາໃຫ້ການວ່າໄດ້ຍິນສຽງລະເບີດຕູມຕິດຕໍ່ກັນ2ຄັ້ງຄິດວ່າເປັນສຽງຟ້າຮ້ອງ.ຢືນຢັນແລ້ວວ່າຍົນໄດ້ຕົກໃນທະເລ, ທີມຄົ້ນຫາໄດ້ພົບສິ້ນສ່ວນຂອງຍົນ, ແຕ່ຍັງບໍ່ມີລາຍງານຜູ້ລອດຊີວິດ.ພົບຮ່ອງຮອຍເຊື້ອເພີງໃນນ້ຳ ພົບໂມງ ເສື້ອຜ້າບໍລິເວນດັ່ງກ່າວນ້ຳເລິກ 15-16 ແມັດ, ຂໍ້ມູນຈາກທີມຄົ້ນຫາລາຍງານຕໍ່ທໍລະທັດທ້ອງຖິ່ນ.21.00 ມ.

ຂ່າວທ້ອງຖິ່ນກອງທັບເຮືອແຈ້ງຢືນຢັນວ່າພົບພິກັດບ່ອນທີ່ຍົນຕົກແລ້ວ. ທີມງານຄົ້ນຫາ ແລະ ນັກດຳນ້ຳກຳລັງດຳເນີນການເກັບກູ້ຊາກຍົນດັ່ງກ່າວທ່າມການຕັ້ງຕາລໍຄອຍຂອງຍາດພີ່ນ້ອງການກັບມາຂອງຄົນໃນຄອບຄົວທີ່ຮັກຂອງພວກເຂົາ