ໃນເວລາ 14ໂມງ20ນາທີ ຂອງວັນທີ 26/02/2023 ໄດ້
..
ເກີດເຫດໄຟໄໝ້ ໂຮງງານເຟີນີເຈີ ຂອງທ້າວສົມພອນ ຈັນທະວົງ, ອາຍຸ 58 ປີ, ອາຊີບກຳມະກອນ, ຢູ່ບ້ານໜອງດູ່, ເມືອງຊະນະສົມບູນ, ແຂວງຈຳປາສັກ.

# ຜົນເສຍຫາຍ1. ໂຮງງານເພີນີເຈີໄຟໄໜ້ໜົດຈຳນວນ01ຫຼັງ
2. ເຮືອນທີ່ຢູ່ໄກ້ຄຽງໄຟໄໝ້ໝົດຈຳນວນ01ຫຼັງ
3. ລົດຈັກ01ຄັນ
4. ລົດຈັກຕິດຊາເຫຼັງ01ຄັນ

5. ລົດຖີບໄຟຟ້າ01ຄັນ
6. ເຄື່ອງມືຮັບໄຊ້ງານເຟີນີເຈີຖືກໄຟໄໝ້ໝົດ
7. ເງິນຖືກໄໝ້ໝົດຈຳນວນ10.000.000ກີບ- ລວມມູນຄ່າເສຍຫາຍທັງໝົດ:390.700.000ກີບ;

– ສາເຫດ: ແມ່ນເກີດຈາກໄຟຟ້າລັດວົງຈອນ.- ໄດ້ນຳໃຊ້ລົດມອດໄຟອອກໄປດັບມອດຈຳນວນ 03 ຄັນ, ພະນັກງານ 06 ສະຫາຍ.
ໃຊ້ເວລາໃນການດັບມອດໄຟປະມານ 45 ນາທີ ຈິ່ງສາມາດຄວບຄຸມໄຟໄດ້.

– ຕໍ່ເຫດການດັ່ງກ່າວ, ຮຽກຮ້ອງໃຫ້ເຈົ້າຂອງໂຮງງານເຟີນີເຈີ, ໂຮງງານໄມ້ທຸກປະເພດ ເອົາໃຈໃສ່ຕໍ່ວຽກງານ ສະກັດກັ້ນ ແລະ ຕ້ານອັກຄີໄພ.
+ ຕ້ອງໄດ້ຕິດຕັ້ງບັ້ງມອດໄຟ ຕາມຄວາມເໝາະສົມ ໃສ່ບ່ອນທີ່ເຫັນງ່າຍ, ເອົາງ່າຍ;
+ ຕ້ອງໝັ່ນອະນາໄມຂີ້ເລື່ອຍ, ຂີ້ເຫຍື້ອ, ເສດໄມ້ຕ່າງໆ ບໍ່ໃຫ້ຮົກເຮື້ອ ສະສົມທາດໄໝ້ໄວ້ບ່ອນດຽວກັນເປັນຈຳນວນຫຼາຍ ເພາະເມື່ອເກີດໄຟໄໝ້ ຈະເຮັດໃຫ້ໄຟລຸກໄໝ້ໄວ, ໄໝ້ແຮງ, ໄໝ້ລາມ ເຮັດໃຫ້ຜົນເສຍຫາຍສູງຂຶ້ນ;
+ ເຈົ້າຂອງໂຮງງານ ຕ້ອງໄດ້ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ ພະນັກງານ, ກຳມະກອນ ຢ່າງໜ້ອຍ ປີລະຄັ້ງ.