ຄ່ອຍໄປຄ່ອຍມາແດ່ເດີ້! ເຫດລົດໃຫຍ່ຕຳລົດໃຫຍ່ ເຂດບ້ານຫົວຂົວ ເມືອງນາຊາຍທອງ.ຕາມການລາຍງານໜ່ວຍກູ້ໄພ ໃຫ້ຮູ້ວ່າ
..

ໃນເວລາປະມານ 21:00 ຂອງມື້ນີ້ (03/03/2023) ໄດ້ມີອຸປະຕິເຫດລົດໃຫຍ່ຕຳລົດໃຫຍ່ ຈຸດເກີດເຫດແມ່ນບ້ານຫົວຂົວ


, ເມືອງນາຊາຍທອງ ນວ.ເມື່ອໄປຮອດບ່ອນເກີດເຫດ ພົບຜູ້ບາດເຈັບ 3 ຄົນ ເພດຊາຍທັງໝົດ
ຜູ້ທີ 1 ອາຍຸ 59 ປີມີອາການເຈັບຫົວ ແລະອ ບາໄຫຼ່,
ຜູ້ທີ 2 ອາຍຸ 60ປີ ອາການ ບາດເປີດໜ້າແຂ່ງຂວາ
ແລະ ຜູ້ທີ 3 ອາຍຸ 59ປີ ອາການເຈັບໜ້າເອິກ ເຊິ່ງທາງໜ່ວຍກູ້ໄພໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງໝໍຮຽບຮ້ອຍແລ້ວ.—–
Cr. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ