
ອາໄລຮັກ ດຣ. ສົມຊາຍ ບິນລາໄມ ບຸກຄະລາກອນທາງການແພດທີ່ຢູ່ຄຽງຄູ່ນະຄອນຫຼວງວຽງຈັນມາຍາວນານ ຊ່ຽວຊານເດັກທີ່ຫຼາຍໆຄົນຮູ້ຈັກກັນເປັນຢ່າງດີ ທ່ານໄດ້ເຖິງແກ່ມໍລະນະກຳດ້ວຍພະຍາດຂອງຜູ້ກ່ຽວໃນເວລາ 3 ໂມງເຊົ້າຂອງມື້ນີ້ (9 ມັງກອນ 2021) ໃນໄວ 56 ປີ.

ພິທີຊາປະນະກິດສົບຂອງເພິ່ນຈະມີຂຶ້ນໃນວັນພຸດທີ 13 ມັງກອນ 2021 ເວລາ 13:00 ໂມງ ທີ່ວັດເທບນິມິດ (ວັດທາດຝຸ່ນ).

ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ອາໄລຕໍ່ການຈາກໄປຂອງທ່ານດ້ວຍ.
