ໜາວແຮງ! ກະທົບການການຜະລິດເຂົ້ານາແຊງ ອຸຕຸແນະນຳຫົດນໍ້າເພື່ອຫລຸດຜ່ອນ

ໜາວແຮງ! ກະທົບການການຜະລິດເຂົ້ານາແຊງ ອຸຕຸແນະນຳຫົດນໍ້າເພື່ອຫລຸດຜ່ອນ


ອີງຕາມການລາຍງານຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ການມວນອາກາດໜາວເຢັນຈາກປະເທດຈີນ ຍັງສຶບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດເພີ່ມຂື້ນເລັກນ້ອຍຢູ່ໃນແຕ່ລະພາກ ແລະ ອາກາດຍັງຈະໜາວເຢັນ ຫາ ໜາວເຢັນຫລາຍ ຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໄສຢູ່ບັນດາເຂດແຂວງດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດໜາວຫລາຍ ທີ່ຈະເຮັດໃຫ້ເປັນໄຂ້, ເຈັບປ່ວຍ ແລະ ມີຜົນກະທົບຕໍ່ສຸຂະພາບ ໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ, ຂໍໃຫ້ນຸ່ງຫົ່ມ ເຮັດໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ.


ລາຍງານຂໍ້ມູນອຸຕຸກະເສດ: ສໍາລັບແຂວງໄຊຍະບູລີ ເຂດເມືອງພຽງ ປັດຈຸບັນ ການຜະລິດເຂົ້ານາແຊງ ທີ່ຢູ່ໃນໄລຍະຈະເລີນເຕີບໂຕຂອງຕົ້ນກ້າ ຊຶ່ງມີຄວາມສ່ຽງຈາກສະພາບອາກາດໜາວເຢັນຍັງສືບຕໍ່ຢູ່ໃນລະດັບສູງ, ການຫົດນໍ້າ ແລະ ຕຸ້ມຕົ້ນດ້ວຍເສດພືດຈະຊ່ວຍໃຫ້ຫລຸດຜ່ອນຄວາມເສຍຫາຍ, ສຳລັບແມງໄມ້ ແລະ ພະຍາດພືດ ແມ່ນໃຫ້ເອົາໃຈໃສ່ເຝົ້າລະວັງ ແລະ ນໍາໃຊ້ມາດຕະການທີ່ເໝາະສົມໃນດ້ານພະຍາດໃບ ຈຸດສີນໍ້າຕານທີ່ມີຄວາມສ່ຽງລະດັບສູງ

