ວັນທີ 13 ຫາ 17 ມັງກອນ ເຊິ່ງຈະເຮັດໃຫ້ອາກາດອຸ່ນຂຶ້ນ 2 ຫາ 4 ອົງສາ ຢູ່ທົ່ວໄປໃນແຕ່ລະພາກ

ອຸຕຸນິຍົມ ແລະ ອຸທົກກະສາດ ສະພາຍອາກາດໃນໄລຍະວັນທີ 11 ຫາ 17 ມັງກອນ 2021 ວ່າ ໃນໄລຍະວັນທີ 11 ຫາ 12 ມັງກອນ ມວນອາກາດໜາວເຢັນຈາກປະເທດຈີນ ຍັງມີກຳລັງແຮງແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອພັດປົກຄຸມ ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດໜາວຫຼາຍ

ໂດຍສະເພາະຢູ່ເຂດພູສູງ, ພູດອຍ ແລະ ຮ່ອມພູ ເຊັ່ນ: ບັນດາແຂວງພາກເໜືອ,ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະໜາວເຢັນຫຼາຍ ພ້ອມມີຝົນຕົກຄ່ອຍເປັນບາງໂອກາດ ສ່ວນຢູ່ພາກກາງ ແລະ ພາກໃຕ້ ອາກາດຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງ

ໂອກາດໃນແຕ່ລະພາກ.ຈາກນັ້ນ ວັນທີ 13 ຫາ 17 ມັງກອນ 2021 ມວນອາກາດເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດອຸ່ນຂຶ້ນ 2 ຫາ 4 ອົງສາ ຢູ່ທົ່ວໄປໃນແຕ່ລະພາກ, ແຕ່ສະພາບອາກາດຍັງໜາວເຢັນຫຼາຍຢູ່ແຂວງພາກເໜືອ,

ເຂດພູສູງ, ພູດອຍ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ