ສາລະໜ້າຮູ້

ຖ້າຢາກໃຫ້ລູກໄດ້ດີ ຈົ່ງລ້ຽງແບບຄົນຈົນ ໃຫ້ເຮັດວຽກບ້ານການເຮືອນ

ພໍ່ແມ່ຫຼາຍຄົນ ແນ່ນອນວ່າຕ້ອງເຄີຍຜ່ານຄວາມລຳບາກມາກ່ອນ ກວ່າຈະມີທຸກມື້ນີ້ ຄົນເຄີຍລຳບາກມາກ່ອນຕ້ອງເຄີຍພະຍາຍາມຢ່າງໜັກພໍ່ແມ່ກໍເລີຍຕ້ອງລ້ຽງລູກໃຫ້ສະບາຍທີ່ສຸດ ຢາກໄດ້ຫຍັງກໍຕ້ອງມີ ຕ້ອງໄດ້ບາງຄົນມີຫຼາຍກວ່າຄົນໄວດຽວກັນຫຼາຍໆຢ່າງ ຢາກກິນຫຍັງກໍໄດ້ດັ່ງໃຈ ພໍ່ແມ່ລ້ຽງລູກແບບເທວະດາ ຍ້ອນຄວາມຄິດແບບຜິດໆຂອງພໍ່ແມ່ ທີ່ວ່າບໍ່ຢາກໃຫ້ລູກລຳບາກຄືຕອນທີ່ຕົນຍັງນ້ອຍ

ບາງຄັ້ງລູກຂອງທ່ານເອງນັ້ນລະຈະທຸກໃຈທີ່ສຸດ ຈົນຕອນນີ້ມີໂລກພະຍາດໃໝ່ທີ່ບັນຍັດຄືໂລກພະຍາດບໍ່ຈັກຄວາມລຳບາກ ໂລກໃຫມ່ທີ່ເກີດຂື້ນໃນປັດຈຸບັນ ໂດຍເກີດ ເກີດຈາກພໍ່ແມ່ທີ່ບໍ່ສ້າງພູມຄຸ້ມກັນໃຫ້ລູກຕັ້ງແຕ່ຍັງນ້ອຍໆ ບໍ່ໃຫ້ລູກລຳບາກຕັ້ງແຕ່ນ້ອຍໆ ວຽກເຮືອນ ວຽກຊານ ບໍ່ໃຫ້ລູກແອບເຮັດ

ຄວາມຈິງໃນຊີວິດເຮົາຈະລວຍຫຼືຈົນທຸກຄົນກໍຕ້ອງພົບຄວາມລຳບາກ ທັງນັ້ນລະ ບໍ່ມີດອກຄົນໃດຈະຈະສະບາຍໄປຕະຫຼອດຊີວິດ  ພໍ່ແມ່ບາງຄົນບໍ່ກ້າໃຫ້ລູກ ເຮັດຫຍັງດ້ວຍຕົນເອງ ໃຫ້ແຕ່ລູກຮຽນຫນັງສືຢ່າງດຽວເທົ່ານັ້ນ ແຕ່ຄວາມຈິງແລ້ວສັງຄົມປັດຈຸບັນ ຮຽນເກັ່ງຢ່າງດຽວມັນບໍ່ພຽງພໍ ໃນການດຳເນິນຊີວິດ ກໍຕ້ອງເປັນເຮັດນັ້ນເຮັດນີ້ນຳຈື່ງຈະດີ

ຍົກຕົວຢ່າງຄອບຄົວໜື່ງບໍ່ເຄີຍສອນລູກຮູ້ຈັກຄວາມລຳບາກ ບໍ່ເຄີຍຫ່າງອອກພໍ່ແມ່ເລີຍ ໃຫ້ລູກມີໜ້າທີ່ຮຽນຢ່າງດຽວ ວຽກເຮືອນ ຕ່າງໆລູກບໍ່ຕ້ອງເຮັດ ຕື່ນມາອາບນ້ຳ ລ້ຽງໜ້າຕາ ກິນເຂົ້າໄປໂຮງຮຽນຢ່າງດຽວ ສົ່ງລູກຮຽນມະຫາໄລ ຢູ່ເຮືອນພັກຫຼູຫຼາ ຄ່າໃຊ້ຈ່າຍຕ່າງໆ ພໍ່ແມ່ອອກໃຫ້ໝົດ ເຖີງວ່າທາງບ້ານຖານະບໍ່ຄ່ອຍດີ ແຕ່ກໍຍອມໃຫ້ລູກສະບາຍ

ລູກໂທມາທຸກໆເດືອນເພື່ອຂໍເງິນອ້າງໃຊ້ຄ່າການຮຽນ  ແຕ່ໃນຄວາມເປັນຈິງລູກຂອງຕົນບໍ່ໄດ້ໃຊ້ຄ່າຮຽນເງິນດັ່ງກ່າວ ແຕ່ໄປໃຊ້ຈ່າຍຟຸມເຟືອຍ ສ້າງສັນກັບໝູ່ຄູ່ ທະເລທະໄຫລ

ສຸດທ້າຍໂທດໃຜບໍ່ໄດ້ ນອກຈາກໂທດພໍ່ແມ່ສອນຕົນເອງທີ່ສອນລູກບໍ່ຮູ້ຈັກຄວາມລຳບາກ ຈື່ງຮູ້ຈັກບໍ່ເຂົ້າໃຈຄຸນຄ່າຂອງເງິນທີ່ພໍ່ແມ່ໃຫ້ໄປນັ້ນ ຈົນລູກບໍ່ຫາເງິນເອງ ຈຶ່ງບໍ່ໄດ້ຄຳນຶງເຖີງການລຳບາກຈື່ງໃຊ້ຈ່າຍເງິນໃນທາງທີ່ຜິດໆ

ດັ່ງນັ້ນຈື່ງຂໍເປັນກະບອກສຽງໃຫ້ພໍ່ແມ່ຍຸກໃໝ່ທຸກຄົນ ເຖີງຈະລວຍລົ້ນຟ້າ ແຕ່ຈົ່ງສອນລູກໃຫ້ຮູ້ຈັກລຳບາກ ລຽບງ່າຍ ຢ່າຕາມໃຈລູກຈົນເປັນນິໄສ ຈົ່ງໃຫ້ລູກຮູ້ຈັກຄວາມລຳບາກ ຮູ້ຈັກຫາເງິນດ້ວຍຕົນເອງຕາມໄວອັນຄວນ ສອນເຮັດວຽກບ້ານການເຮືອນ ລູກທ່ານຈະໄດ້ເຕີບໂຕດ້ວຍຄວາມເຂັ້ມເເຂງ ແລະ ຮູ້ຈັກຄວາມຮັບຜິດຊອບ ຄຳນືງໄດ້ເຖີງການໃຊ້ຈ່າຍ.

ອ່ານແລ້ວສາມາດແບ່ງປັນໃຫ້ຄົນອື່ນໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍຂອບໃຈ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button