ມາອີກລາຍ! ພໍ່ຄ້າຂາຍໂທລະສັບ ພົບສະລິບໂອນເງິນປອມ ເກືອບເສຍໄອໂຟນ 11 ຟຣີ ໃຫ້ມິດສາຊີບ

ກ່ອນໜ້ານີ້ ເຊື່ອວ່າຫຼາຍທ່ານຈະໄດ້ຮັບຮູ້ມາແລ້ວບໍ່ໜ້ອຍ ກ່ຽວກັບປະກົດການຫຍໍ້ທໍ້ ມິດສາຊີບເລາະຕວົະຊື້ເຄື່ອງ ແລ້ວນໍາໃຊ້ສະລິບໂອນເງິນປອມສົ່ງໃຫ້ພໍ່ຄ້າ ຫວັງໄດ້ເຄື່ອງໄປແບບງ່າຍໆ ໂດຍບໍ່ເສຍເງິນ ດັ່ງກໍລະນີຫຼ້າສຸດ ພໍ່ຄ້າຂາຍໂທລະສັບຖືກຕວົະ ເກືອບເສຍໄອໂຟນ 11 ໃຫ້ໂຈນລ້າ.

ເລື່ອງລາວທີ່ແອັດກ່າວມາຂ້າງເທິງ ເກີດຂຶ້ນກັບພໍ່ຄ້າຄົນໜຶ່ງ ໂດຍຜູ້ກ່ຽວໄດ້ໂພສພາບລາຍລະອຽດການແຊັດ ພ້ອມຂໍ້ຄວາມບັນຍາຍເຫດການທີ່ເກີດຂຶ້ນກັບຕົນເອງໄວ້ວ່າ: ແຊຣເຕືອນໄພແດ່ເດີ ເກືອບເສຍເງີນ 13.700.000 ກີບ (ສະລິບເງີນປອມ. fb ກາຫນ້າຈະປອມຄືກັນ )

ໃຜທີ່ຂາຍເຄື່ອງອອນໄລເຊັກເງີນເຂົ້າບັນຊີທຸກໆຄັ້ງເດີ ກາເຄີຍເຫັນຫມູ່ຢູ່fbໂພສ ຜ່ານໆ ກາບໍ່ຄິດວ່າຊິເຈີກັບໂຕເອງ ຈົນສຽວສັນຫລັງເວີຍ. ຖ່າຍບີນສົ່ງເຄື່ອງໃຫ້ລຽບລ້ອຍ ລາມາຄິດອອກວ່າລືມເຊັກເບີງວ່າເງີນເຂົ້າແລ້ວບໍ່. ໂຊກດີແຕ່ຍັງທັນ ເລີຍໃຫ້ກະເຈົ້າສົ່ງເຄື່ອງກັບ ຕັ້ງແຕ່ທີ່ 08/01/2021.

ແນວໃດກໍ່ຕາມ ກໍລະນີນີ້ໃຫ້ຖືເປັນອີກອຸທາຫອນເຕືອນພໍ່ຄ້າແມ່ຄ້າອອນລາຍທັງຫຼາຍ ໃຫ້ມີສະຕິລະວັງຕົວຫຼາຍຂຶ້ນ ກວາດເບິ່ງເງິນເຂົ້າບັນຊີທຸກຄັ້ງກ່ອນສົ່ງເຄື່ອງ ເພາະປັດຈຸບັນໂຈນມັນມີທຸກຮູບແບບ.