ສຸດຍອດ…!!! ມີລາຍຮັບ 370 ລ້ານກວ່າກີບຕໍ່ປີ ດ້ວຍການປູກໝາກກ້ຽງຂາຍ ເຈົ້າຂອງສວນເຜີຍ:ປູກງ່າຍ,ເບິ່ງແຍງງ່າຍ ສ້າງລາຍໄດ້ດີ.

ເມືອງວັງວຽງເປັນເມືອງ ໜຶ່ງທີ່ມີຄວາມອຸດົມສົມບູນທາງ ດ້ານຊັບພະຍາກອນທໍາມະຊາດ, ດິນດໍານໍ້າຊຸ່ມ, ມີຄວາມຊຸ່ມເຢັນຕະຫຼອດປີ ແລະ ມີພື້ນທີ່ເໝາະສົມແກ່ການເຮັດກະສິກໍາ ແລະ ລ້ຽງສັດເປັນສິນຄ້າ.

ດັ່ງນັ້ນ, ປະຊາຊົນໃນເຂດນີ້ ຈຶ່ງໄດ້ຍຶດຖືອາຊີບການປູກຝັງ-ລ້ຽງສັດເປັນສ່ວນໃຫຍ່. ຍ້ອນຄວາມອຸດົມສົມບູນຂອງພື້ນທີ່ ແລະ ການນໍາພາຂອງເມືອງທີ່ເຂັ້ມແຂງ ບວກກັບຄວາມດຸໝັ່ນຂະຫຍັນພຽນຂອງປະຊາຊົນລາວບັນດາເຜົ່າທີ່ມີມູນເຊື້ອໃນການຜະລິດກະສິກໍາເປັນ ສິນຄ້າອັນຍາວນານ

ຂອງຊາວເມືອງ ວັງວຽງ ໂດຍສະເພາະແມ່ນການ ປູກໝາກກ້ຽງຂາຍເປັນສິນຄ້າຊຶ່ງເປັນທ່າແຮງໜຶ່ງໃນການສ້າງ ເສດຖະກິດຄອບຄົວຄືດັ່ງ: ຄອບຄົວຂອງທ່ານ ສົມກາບກໍເປັນຄອບຄົວໜຶ່ງທີ່ມີຄວາມດຸໝັ່ນຂະ ຫຍັນພຽນ, ມີຫົວຄິດປະດິດສ້າງໃນການຊອກຮູ້,

ຖອດຖອນບົດຮຽນໃໝ່ໆ ແລະ ຈົນໄດ້ຖືກຄັດເລືອກເປັນຄອບຄົວຕົວແບບໃນການປູກໝາກກ້ຽງຂາຍເປັນສິນຄ້າຢູ່ບ້ານຊວ່າງເມືອງວັງວຽງ ແຂວງວຽງຈັນ.

ທ່ານ ສົມກາບ ໃນນາມຕົວ ແບບຜູ້ປູກໝາກກ້ຽງຂາຍເປັນສິນຄ້າປະຈຸບັນຢູ່ບ້ານຊວ່າງ ເມືອງວັງວຽງ ແຂວງວຽງຈັນໄດ້ເລົ່າໃຫ້ຟັງວ່າ: ໃນຄອບຄົວມີສະມາຊິກທັງໝົດ 5 ຄົນ ແຮງງານຕົ້ນຕໍ 2 ຄົນ, ອາຊີບໃນເມື່ອກ່ອນແມ່ນຖາງປ່າເຮັດໄຮ່ປູກເຂົ້າ, ບໍ່ມີນາເຮັດຜົນຜະລິດທີ່ໄດ້ຮັບພໍແຕ່ກຸ້ມກິນ.

ລາຍຮັບຂອງຄອບຄົວອາໄສແຕ່ເຄື່ອງປ່າຂອງດົງຂາຍ ເປັນຕົ້ນແມ່ນໝາກ ຕາວ, ຫວາຍ ແລະ ໜໍ່ວຸ້ນພໍແຕ່ ໄດ້ແກ້ໄຂຊີວິດປະຈໍາວັນ ບໍ່ມີອາ ຊີບອື່ນໆເສີມ. ດັ່ງນັ້ນ, ຈຶ່ງໄດ້ຕັດສິນໃຈຫັນມາປູກໝາກກ້ຽງຂາຍເປັນສິນຄ້າເນື່ອງຈາກວ່າຕົນເອງມີຄວາມຮັກມັກໃນອາຊີບນີ້

ແລະ ມີພື້ນທີ່ເໝາະສົມແກ່ການປູກຕົ້ນ ໄມ້ໃຫ້ໝາກ. ໃນເບື້ອງຕົ້ນແມ່ນໄດ້ມີການຖາງປ່າເຮັດໄຮ່ປູກເຂົ້າໃສ່ກ່ອນ ແລະກ້າແກ່ນໝາກກ້ຽງໄວ້ ເມື່ອຕົ້ນມັນເລີ່ມໃຫຍ່ຂຶ້ນມາແລ້ວ ກໍເລີ່ມປູກໃສ່ໄຮ່ເຂົ້ານັ້ນ. ເລີ່ມປູກໝາກກ້ຽງມາແຕ່ປີ 2002 ມີເນື້ອທີ່ທັງໝົດ 7 ເຮັກຕາ

ໄລຍະຫ່າງຂອງຕົ້ນແມ່ນ 5X5 ໃຊ້ເວລາໃນ ການປູກປະມານ 7-8 ປີ ກໍສາມາດເກັບກ່ຽວຜົນຜະລິດ ປະຈຸບັນມີຕົ້ນໝາກກ້ຽງທັງໝົດ 420 ຕົ້ນ ເປັນ ໝາກກ້ຽງຫວານຊະນິດດຽວ, ມັນ ຈະເລີ່ມອອກດອກເດືອນ 3 ສາ ກົນ ເລີ່ມເປັນໝາກຮອດເດືອນ 11 ສາກົນ ແລະອອກຂາຍແຕ່ເດືອນ 11-3 ໝາກກໍຈະໝົດ ໃນປີ 1

ຂາຍໄດ້ເທື່ອໜຶ່ງ ແລະເກັບຂາຍ ເທື່ອໜຶ່ງ ປະມານ 1 ໂຕນກວ່າ, ມີແມ່ຄ້າມາຈາກນະຄອນຫຼວງ, ຊຽງຂວາງ, ຫຼວງພະບາງ ມາຮັບຊື້ຢູ່ ສວນ “ຂາຍໃນລາຄາ 80.000 ຕໍ່ໝື່ນ ແລະຂາຍສົ່ງໃຫ້ແມ່ຄ້າຕາມທາງທີ່ສະດວກຂາຍໃນລາຄາ 85.000 ກີບຕໍ່ໜື່ນ.

ສໍາລັບການຂາຍໝາກກ້ຽງແຕ່ລະປີມີລາຍຮັບສະເລ່ຍດັ່ງນີ້: ໃນປີ 2010 ຂາຍໄດ້ປະມານ 10 ໂຕນກວ່າ ສະເລ່ຍໄດ້ 30 ກວ່າລ້ານກີບ ຕໍ່ປີ, ປີ 2011 ໄດ້ 20 ໂຕນ ສະ ເລ່ຍໄດ້ 50 ກວ່າລ້ານຕໍ່ປີ ແລະ ຕໍ່ມາໄດ້ໄປຮຽນຮູ້ເຕັກນິກນໍາສູນ ຫຼື ພະນັກງານທີ່ລົງມາເບິ່ງສວນໝາກກ້ຽງຂ້າພະເຈົ້າກໍໄດ້ຖອດຖອນບົດຮຽນນໍາເພິ່ນຕື່ມ

ເຮັດໃຫ້ປະລິມານຜົນຜະລິດ ໃນແຕ່ລະປີຂອງໝາກເພີ່ມຂຶ້ນເລື້ອຍໆ ປີ 2013- 2014ໄດ້ 35-40 ໂຕນສະເລ່ຍໄດ້ 200-300 ກວ່າລ້ານກີບຕໍ່ປີ, ປີ 2014 -2015 ໄດ້ 45 ໂຕນ ສະ ເລ່ຍໄດ້ 350 ລ້ານກີບຕໍ່ປີ ແລະ ປີ2015-2016 ຈົນເຖິງປະຈຸບັນໄດ້ 45-46 ໂຕນ ມີລາຍຮັບສະເລ່ຍສູງເຖີງ370 ກວ່າລ້ານກີບຕໍ່ປີ.
