ໜຸ່ມລາວໃຈຫຼ່ໍ ກັບ ນັກທ່ອງທ່ຽວ ຊາວໄທ
..

ອີກໜຶ່ງເລື່ອງລາວຄວາມປະທັບໃຈ ກັບນ້ຳໃຈຄົນລາວ ທີ່ມີຕໍ່ນັກທ່ອງທ່ຽວ ປະເທດເພື່ອນບ້ານ ທີ່ໄດ້ເຂົ້າມາທ່ອງທ່ຽວ ຢູ່ຫຼວງພະບາງ
ເຊີ່ງ ທ້າວ ສູນທອນ ສີອັກຄະສອນ ປະຊາຊົນບ້ານ ຈ່ານໃຕ້ ເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ໂຟສຮູບພາບ ແລະ ຂໍ້ຄວາມລົງເຟສບຸກສ່ວນຕົວ ( Sounthone kittiphunh )

ເຊີ່ງ ຜູໃຈດີດັ່ງກ່າວ ໄດ້ເກັບກະເປົາເງິນຂອງນັກທ່ອງທ່ຽວ ຊາວໄທ ບໍລິເວນຮ້ານອາຫານຕາມສັ່ງແຄມຂອງ ( ຮ້ານອາຫານຕາມສັ່ງ T56 ) ມື້ວັນທີ 13 ມີນາ 2023. ເວລາປະມານ 16:20PM.
ເຊີ່ງພາຍໃນກະເປົາເງິນ ມີເງິນສົດເປັນສະກຸນເງິນບາດ ຈໍານວນ 3,040ບາດ, ແລະ ເງິນ ກີບ ຈຳນວນ 850,000 ກີບ ຈາກນັ້ນເວລາປະມານ 17:40PM

ເຈົ້າຂອງກະເປົາເງິນໄດ້ຕິດຕໍ່ພົວພັນເອົາກະເປົາເງິນນໍາເປັນທີ່ຮຽບຮ້ອຍ ໂດຍທີ່ບໍ່ໄດ້ຫວັງຜົນຕອບແທນໄດໆ.
ສູນທອນ ສີອັກຄະສອນ ບໍລິການລົດຕູ້ນຳທ່ຽວ 020 92266554
