ໂສມໜ້າໂຈນໃຈກ້າ! ກາງເວັນຈ່າງປາງ ກໍ່ເຫດບຸກປຸ້ນຮ້ານຄໍາຢູ່ຕະຫລາດສີໄຄ (ວັນທີ 15/03/2023)

ໂຈນໃຈເຖີງ! ກາງເວັນຈ່າງປາງບຸກປຸ້ນຮ້ານຄໍາຢູ່ຕະຫລາດສີໄຄ.

ຕາມກ້ອງວົງຈອນປິດຂອງເຈົ້າຂອງຮ້ານຂາຍຄໍາ ແລະ ຫ້ອງການຄຸ້ມຄອງຕະຫລາດສີ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນໄດ້ເປີດເຜີຍຂໍ້ມູນພາບຂອງໂຈນໃຈເຖີງບຸກເຂົ້າຮ້ານຂາຍຄໍາຢູ່ຕະຫລາດສີໄຄໃນເວລາປະມານ 13:20 ຂອງວັນທີ 15 ມີນາ 2023

ຕາມການເລົ່າສູ່ຟັງຂອງຜູ້ເຫັນເຫດການບອກວ່າ ໂຈນໄດ້ຄຳໄປ 1 ກຳມື ຍັງບໍ່ທັນໄດ້ສະຫລຸບວ່າເສຍຫາຍເທື່ອ.ເບື້ອງຕົ້ນພະນັກງານທຸກຄົນໃນຮ້ານແມ່ນປອດໄພ, ສ່ວນໂຈນແມ່ນໄດ້ລົບຫນີໄປຢ່າງລອຍນວນ.ຄາດວ່າໂຈນລາຍນີ້ອາດມາດັກຊຸ່ມຕິດຕາມການເຄື່ອນໄຫວກ່ອນຫນ້ານັ້ນ..

ຄລິບ

About admin

Check Also

ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ຈະເປີດໃນວັນທີ 13 ເມສາ 2023 ນີ້

👏👏👏 ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ຈະເປີດໃນວັນທີ 13 ເມສາ 2023 ນີ້ ຕອນຄ່ຳວັນທີ 30 ມິນາ 2023 ທີ່ໂຮງແຮມລາວພລາຊາ , ສະຫາຍ …

Leave a Reply

Your email address will not be published. Required fields are marked *