ຂ່າວທົ່ວໄປ

ການສວຍໃຊ້ຖານະຕຳແໜ່ງ ແລະ ສິດອຳນາດເພື່ອສໍ້ລາດບັງຫຼວງຍັງມີຫລາຍຢູ່ລາວ

ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູງກາງ ກວດພົບເຫັນພຶດຕິກໍາສໍ້ລາດບັງຫຼວງທີ່ພົ້ນເດັ່ນໃນປີ 2019 ສ່ວນຫຼາຍແມ່ນການສວຍໃຊ້ຖານະຕຳແໜ່ງ, ສິດອຳນາດ, ໜ້າທີ່, ການໃຫ້ ແລະ ຮັບສິນບົນ, ການຍັກຍອກ, ການສໍ້ໂກງຊັບຂອງລັດ, ການປອມແປງ ແລະ ນຳໃຊ້ເອກະສານປອມ ເພື່ອສໍ້ໂກງ-ຍັກຍອກ ແລະ ອື່ນໆ.

ທ່ານ ສີໃນ ມຽງລາວັນ ຮອງປະທານ ຄະນະກວດກາສູນກາງພັກ, ຮອງປະທານ ອົງການກວດກາລັດຖະບານແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ໄດ້ກ່າວໃນພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 17 ປີ (9/12/2003-9/12/2020) ທີ່ຈັດຂຶ້ນໃນວັນທີ 28 ທັນວາ 2020 ນີ້ ທີ່ ສະໂມສອນ ອົງການກວດກາລັດຖະບານ, ນະຄອນຫຼວງວຽງຈັນວ່າ:

ໃນປີ 2019 ນີ້ ໄດ້ຕິດຕາມ-ກວດກາ ທັງໝົດ 945 ເປົ້າໝາຍ ແລະ ດໍາເນີນການກວດກາລົງເລິກຕໍ່ຜູ້ກະທໍາຜິດທີ່ມີພຶດຕິກໍາສໍ້ລາດບັງຫຼວງ 70 ເປົ້າໝາຍ, ພົບເຫັນຜູ້ກະທໍາຜິດ 196 ຄົນ.

ດໍາເນີນການສືບສວນ-ສອບສວນ ຕໍ່ຜູ້ກະທຳຜິດທີ່ມີການສໍ້ລາດບັງຫຼວງ 18 ເປົ້າໝາຍພົບເຫັນຜູ້ກະທໍາຜິດ 464 ຄົນ, ໄດ້ແກ້ໄຂດ້ານບໍລິຫານ 380 ຄົນ, ດໍາເນີນຄະດີ 84 ຄົນ, ສະຫຼຸບຄະດີສົ່ງໄອຍະການ 62 ຄົນ, ໄອຍະການຖະແຫຼງສານຕັດສິນ 37 ຄົນ, ສານຕັດສິນແລ້ວ 34 ຄົນ ຊຶ່ງຜູ້ກະທໍາຜິດແມ່ນລວມທັງ ພະນັກງານລັດ ແລະ ເອກະຊົນ, ຜົນເສຍຫາຍທີ່ເກີດຂຶ້ນ ແມ່ນຖືກເກັບກູ້ຄືນໄດ້ຫຼາຍສົມຄວນ.

ທ່ານ ສີໃນ ໄດ້ກ່າວຕື່ມວ່າ: ເພື່ອອັດຊ່ອງວ່າງ ແລະ ສະກັດກັ້ນພຶດຕິກໍາທີ່ເປັນ ການສໍ້ລາດບັງ ຫຼວງໃຫ້ຫຼຸດນ້ອຍຖອຍລົງ, ລັດຖະບານແຫ່ງ ສປປ ລາວ ໄດ້ພະຍາຍາມປັບປຸງກົງຈັກການຈັດຕັ້ງທຸກຂັ້ນ, ທຸກພາກສ່ວນ ລວມທັງວິສາຫະກິດຂອງລັດໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນຕຶ່ມ ແລະ ມີຄວາມໂປ່ງໃສ, ຫຼຸດຜ່ອນຂອດຂັ້ນບໍລິການ, ແກ້ໄຂຊ່ອງວ່າງໃນການສວຍໃຊ້ໜ້າທີ່, ນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການເກັບລາຍຮັບ ແລະ ການຄຸ້ມຄອງບໍລິຫານລັດ,

ເພີ່ມທະວີວຽກງານຕິດຕາມ-ກວດກາຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນທ້ອງຖິ່ນຕໍ່ການປະຕິບັດໜ້າທີ່ຂອງອົງການບໍລິຫານ, ໄອຍະການປະຊາຊົນ, ສານປະຊາຊົນ ແລະ ເຈົ້າໜ້າທີ່ລັດ, ສຸມໃສ່ແກ້ໄຂພຶດຕິກໍາທີ່ເປັນການລະເມີດລະບຽບ-ກົດໝາຍ ເປັນຕົ້ນແມ່ນການສໍ້ລາດບັງຫຼວງຢູ່ແຕ່ລະຂົງເຂດຂະແໜງການ ແລະ ທ້ອງຖິ່ນ ຢ່າງເປັນເຈົ້າການ,

ໄດ້ເອົາໃຈໃສ່ສ້າງ ແລະ ປັບປຸງ ກົດໝາຍ, ນິຕິກຳລຸ່ມກົດໝາຍກໍ່ຄືກົນໄກ ແລະ ລະບອບ-ລະບຽບການຕ່າງໆໃຫ້ຫຼາຍ ແລະ ຮັດກຸມກວ່າເກົ່າເພື່ອເປັນ ເຄື່ອງມືໃນການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດ ໝາຍໃຫ້ນັບມື້ເຂັ້ມແຂງຂຶ້ນເລື້ອຍໆ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button