ຂ່າວທົ່ວໄປ

ເຕືອນໄພ!. ຝຸ່ນ PM 2,5 ປົກຄຸ້ມໄປຫຼາຍບ່ອນ

ພາບຖ່າຍບາງສ່ວນ ຝຸ່ນ PM 2,5 ຢູ່ເຂດໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເວລາ 10 ໂມງ 00 ວັນທີ 25 ມີນາ 2023.

..

ຈາກການວັດແທກ ໄດ້ 41μg/m3 ຄຸນນະພາບອາກາດ ມີຜົນກະທົບຕໍ່ສຸຂະພາບເລັກນ້ອຍ.ເຂດບ້ານທ່ານຢູ່ເປັນແນວໃດ ?

ຝຸ່ນ PM 2.5, ບັນຫາມົນລະພິດທາງອາກາດທີ່ຢູ່ອ້ອມຕົວເຮົາ ແລະ ສົ່ງຜົນກະທົບຕໍ່ສຸຂະພາບ ປັດຈຸບັນບັນຫາຂີ້ຝຸ່ນ PM 2.5 ຢູ່ລາວຫຼາຍເຂດ ແມ່ນກຳລັງປະເຊີນກັບບັນຫາຂີ້ຝຸ່ນ PM 2.5 ທີ່ເກີນມາດຕະຖານອັນທີ່ສົ່ງຜົນໃຫ້ມີສະພາບອາກາດທີ່ມືດມົວຍ້ອນຂີ້ຝຸ່ນຈໍານວນຫຼວງຫຼາຍທີ່ອາດສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນເຮົາ.

PM ຫຍໍ້ມາຈາກ Particulate Matters, ເຊິ່ງເປັນຄ່າມາດຕະຖານຂອງຝຸ່ນລະອອງຂະໜາດນ້ອຍທີ່ມີຂະໜາດຫົວໜ່ວຍ 2.5 microns ແລະ ເປັນອັນຕະລາຍຕໍ່ສຸຂະພາບມັນເປັນຂີ້ຝຸ່ນທີ່ບໍ່ສາມາດເຫັນໄດ້ດ້ວຍຕາເປົ່າແຕ່ມັນສາມາດເຫັນໄດ້ໃນປະລິມານຫຼາຍ ມັນຄ້າຍຄືຄວັນທີ່ລອຍຢູ່ໃນຊັ້ນບັນຍາກາດມັນຍັງເປັນຝຸ່ນຂີ້ຝຸ່ນຂະໜາດນ້ອຍທີ່ສາມາດເຈາະຜ່ານດັງຂອງເຮົາໄດ້ ເຮັດໃຫ້ຂີ້ຝຸ່ນປະເພດນີ້ສະສົມຢູ່ໃນຮ່າງກາຍຈົນເຮັດໃຫ້ເກີດບັນຫາກ່ຽວກັບປອດ ແລະລະບົບຫາຍໃຈ.

ສາເຫດຂອງການເກີດຝຸ່ນ PM2.5ແມ່ນມາຈາກຫຼາຍປັດໄຈທີ່ສະສົມມາເປັນເວລາດົນນານ ສ່ວນຫຼາຍແມ່ນເກີດມາຈາກການເຜົາໄໝ້ນ້ຳມັນເຊື້ອໄຟທໍາມະຊາດທີ່ບໍ່ສົມບູນ ແລະ ການເຜົາໄໝ້ຂອງເຊື້ອໄຟປະເພດຕ່າງໆດັ່ງນີ້:

– ການເຜົາໄໝ້ໃນໂຮງງານອຸດສາຫະກໍາ

– ການລະບາຍຄວັນດຳອອກຈາກລົດ, ລົດບັນທຸກ, ລົດເມ ແລະ ອື່ນໆ

– ການຈູດປ່າ ຫຼື ໄຟໄໝ້ປ່າ

– ການຈູດຂີ້ເຫຍື້ອ

– ການກໍ່ສ້າງ

– ການສູບຢາ, ຈູດທູບ, ຈູດເຈ້ຍ, ປຸງແຕ່ງອາຫານ, ເຕົາແກັສ ເຜົາຜານຄວາມຮ້ອນ.

– ການປ່ອຍອາຍພິດທາງອາກາດ

ຂໍ້ມູນຈາກ: hugsinsurance#ຂ່າວຮູບພາບລາວພັດທະນາ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button