4 ວິທີປ້ອງກັນໝາກັດ ນຳໃຊ້ໄດ້ຜົນຈິງແທ້ແນ່ນອນ

ສຳລັບໃຜທີ່ມັກຖືກມາໄລ່ ຫລື ເຄີຍຖືກຫມາກັດ ຫລື ຢ້ານຫມາກັດ ໃຫ້ເຮັດຕາມ 4 ວິທີນີ້ ຮັບຮອງວ່າບໍ່ກັດເຮົາແນ່ນອນ
1 ຢ່າຢ້ານທີ່ຈະປະເຊີນໜ້າ ຢ່າເຮັດໃຫ້ມັນຮູ້ສຶກວ່າເຮົາຢ້ານມັນ
ສິງທຳອິດທີ່ຄວນເຮັດ ຄືຕັ້ງສະຕິ ບໍ່ສະແດງ ອາການຢ້ານ ຫຼື ຕືນຕົກໃຈ ຈົນເກີນໄປ ເຖິງວ່າ ມັນຈະດຸຮ້າຍປານໃດ ເພາະເຖິງໝາຈະເປັນສັດ
ກໍ່ມີຊັດຊາດຕາຍານ ຮັບຮູ້ເຖິງງຄວາມຮູ້ສຶກຂອງມະນຸດໄດ້ ຖ້າເຈົ້າຢ້ານຫຼື ອ່ອນແອ ມັນກໍ່ຈະຈຸໂຈມໄດ້ຢ່າງສະບາຍ

2 ຢ່າແລ່ນເດັດຂາດ
ຄົນສ່ວນໃຫຍ່ຈະແລ່ນ ແຕ່ວິທີທີ່ດີ ທີສຸດຄືໃຫ້ຍ່າງ ປົກກະຕິ ເຖິງວ່າ ໝາຈະເຫົ່າຢູ່ທາງຫຼັງກໍ່ຕາມ

3 ໂຍນສິງຂອງ ເພືອດຶງ ຄວາມສົນໃຈ ໂຍນໄປທາງທີ່ມັນເຫັນໄດ້
ຖ້າເຈົ້າປະເມີນວ່າ ຈະຖືກຈຸໂຈມຢ່າງແນ່ນອນ ເຮັດບາງຢ່າງເພືອດຶງຄວາມສົນໃຈ ໂດຍໂຍນສິງຂອງທີ່ຢູ່ ຮອບຕົວເຊັ່ນເກືອບ , ໝວກ, ອາຫານ ຫຼື ສິງຂອງຕ່າງໆ ເພືອດຶ່ງ ຄວາມສົນໃຈ

4 ຢ່າເບິງຕາ ຢ່າຈ້ອງຕາມັນເດັດຂາດ
ບໍ່ວ່າສະຖານະການຈະເບິງໜັກໜາສາຮັດ ແນວໃດກໍ່ຕາມ ໃຫ້ຈືໄວ້ວ່າ ຢ່າເບິງຕາພວກມັນ ເພາະບໍໍ່ຢ່າງນັ້ນໝາກຳລັງ ຮູ້ສຶກ ຈະຖືກຄຸກຄາມ ແລະ ພ້ອມຈຸໂຈມໄດ້ທຸກເມືອ

ນຶກເຖິງ ວິທີ ທັງ 4 ວິທີເຫຼົ່ານີ້ ກໍ່ຈະມີວີທີຫຼຸດພົ້ນ ຈາກການຖືກກັດຂອງໝາ ຫຼາຍກວ່າວທີການອືນໆ