ນຳເອົາແທ່ງມາວາງຕັນທາງ ໂດຍບໍ່ແຈ້ງອຳນາດການປົກຄອງບ້ານ

ນຳເອົາແທ່ງມາວາງຕັນທາງ ໂດຍບໍ່ແຈ້ງອຳນາດການປົກຄອງບ້ານ.
ວັນທີ 28 ມີນາ 2023 ຜ່ານມານີ້, ປະຊາຊົນຜູ້ສັນຈອນ ໄປມາສ່ອງແສງຫາໜັງສືພິມລາວພັດທະນາວ່າ:

ມີປະຊາຊົນເອົາທໍ່ແທ່ງສ້າງ 2 ແທ່ງຮຽງກັນ ຢູ່ເສັ້ນທາງຮ່ອມ 27 ບ້ານຫ້ວຍຫົງ ໄປຫາຮ່ອມ 22 ທາງໄປໂຮງໝໍແມ່ ແລະ ເດັກ ເຮັດໃຫ້ການສັນຈອນໄປມາ ບໍ່ສະດວກ.
ສາມມາດທຽວໄດ້ສະເພາະລົດຈັກ, ລົດຖີບ ແລະ ຄົນຍ່າງ, ສ່ວນລົດໃຫຍ່ແມ່ນບໍ່ສາມາດຜ່ານໄດ້ເລີຍ.
ວັນທີ 29 ມີນາ 2023 ນີ້ ທີມຂ່າວໜັງສືພິມລາວພັດທະນາ ໄດ້ລົງຕິດຕາມເບິ່ງສະພາບຕົວຈິງເຫັນວ່າ ເຫດການດັ່ງກ່າວມີຄວາມຈິງ ແລະ ພົບເຫັນແທ່ງທໍ່ສ້າງຕາມການສ່ອງແສງແທ້.

ນອກຈາກນັ້ນ, ໄດ້ເຂົ້າສອບຖາມທາງຫ້ອງການບ້ານຫ້ວຍຫົງ ໄດ້ຮັບຄຳຕອບວ່າ ທາງບ້ານກໍຍັງບໍ່ທັນໄດ້ຮັບການລາຍງານບັນຫາດັ່ງກ່າວ ຈຶ່ງໄດ້ຮັບຟັງບັນຫານີ້ໄວ້ ແລະ ຈະລົງໄປແກ້ໄຂຕາມຄວາມຈິງ ເຊິ່ງການກະທຳດັ່ງກ່າວນັ້ນອາດເປັນການກະທຳໂດຍພາລະການ ໂດຍບໍ່ໄດ້ແຈ້ງໃຫ້ຜູ້ສັນຈອນ ແລະ ບໍ່ໄດ້ລາຍງານໃຫ້ທາງບ້ານຮັບຮູ້ນຳ.

ແຕ່ເຖິງຢ່າງໃດທາງບ້ານຈະໄດ້ສອບຖາມຕື່ມວ່າ ມີເຫດຜົນ ແລະ ທີ່ໄປທີ່ມາຄືແນວໃດ ? ຈຶ່ງມີການນຳເອົາແທ່ງມາວາງໄວ້ ແລະ ຈະແກ້ໄຂໃຫ້ໄວທີ່ສຸດ ເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ສັນຈອນໄປມາສະດວກ.
ສ່ວນລາຍລະອຽດເລື່ອງການແກ້ໄຂບັນຫາ ແລະ ທີ່ໄປທີ່ມາຂອງບັນຫາ ທີມຂ່າວໜັງສືພິມລາວພັດທະນາຈະລາຍງານໃຫ້ທ່ານໄດ້ຮັບຊາບຕື່ມ.
ຂ່າວຮູບພາບລາວພັດທະນາ ບັນຫາສັງຄົມ ກີດຂວາງການສັນຈອນ