ຂ່າວທົ່ວໄປ

ທະນາຄານແຫ່ງ ສປປ ລາວ (ທຫລ) ຂໍແຈ້ງມາຍັງທ່ານຊາບ

ຫ້ອງການ ທະນາຄານແຫ່ງ ສປປ ລາວ (ທຫລ) ຂໍແຈ້ງມາຍັງທ່ານຊາບວ່າ ໃນປະຈຸ ບັນມີບຸກຄົນບໍ່ຫວັງດີ

ໄດ້ເຮັດການປອມແປງເອກະສານໃນຮູບແບບແຈ້ງການຂອງ ຫ້ອງການ ທຫລ ວ່າ

ໄດ້ຢັ້ງຢືນກ່ຽວກັບການສະເຫນີແຫຼ່ງທຶນນໍາເງິນຈາກຕ່າງປະເທດ ເພື່ອນໍາເຂົ້າໂຄງການປູກຝັງລ້ຽງສັດໃນ ສປປ ລາວ ໂດຍເປັນຈໍານວນເງິນ 700 ລ້ານໂດ ລາສະຫະລັດເຂົ້າບັນຊີໃນກົງໂຕນຂອງທະນາຄານກາງ ພ້ອມທັງແຈ້ງວ່າໃຫ້ເສຍຄ່າພັນ ທະອາກອນ ແລະ ເສຍພັນທະໃຫ້ພາກລັດ ແລະ ອື່ນໆ.

ໃນຄວາມເປັນຈິງແລ້ວ ຫນັງສື ແຈ້ງການສະບັບດັ່ງກ່າວເປັນການສ້າງຂຶ້ນປອມແປງ, ຕັດຕໍ່ ແລະ ບໍ່ມີມູນຄວາມຈິງແຕ່ ປະການໃດ. ຜ່ານມາຫ້ອງການ ທຫລ ຂໍຢັ້ງຢືນວ່າບໍ່ເຄີຍແຈ້ງການໃນລັກສະນະນີ້ມາ ກ່ອນ,

ພວກເຮົາມີແຕ່ແຈ້ງເຕືອນໃຫ້ສັງຄົມມີສະຕິລະວັງຕົວຕໍ່ກົນອຸບາຍກຸ່ມຄົນທີ່ແອບ ອ້າງວ່າມີແຫຼ່ງທຶນຈໍານວນມະຫາສານຈະນໍາເຂົ້າໃນ ສປປ ລາວ, ແຕ່ຕົວຈິງແມ່ນເປັນ ການຕົວະປັ່ນປ່ວນສັງຄົມ.

ພ້ອມນີ້, ຂໍແຈ້ງມາຍັງທຸກພາກສ່ວນຈົ່ງມີສະຕິລະວັງຕົວບໍ່ໃຫ້ ຫຼົງເຊື່ອການແອບອ້າງກ່ຽວກັບການນໍາເຂົ້າແຫຼ່ງທຶນດັ່ງກ່າວເດັດຂາດ.

ຖ້າຫາກວ່າ ບຸກຄົນໃດມີພຶດຕິກໍາໃນການປອມແປງເອກະສານແມ່ນມີຄວາມຜິດຕາມກົດຫມາຍ ແລະ ຈະໄດ້ສົ່ງໃຫ້ເຈົ້າຫນ້າທີ່ດໍາເນີນຕາມຂັ້ນຕອນຂອງລະບຽບກົດຫມາຍ ຂອງ ສປປ ລາວ.

ລາຍລະອຽດລຸ່ມນີ້

https://m.facebook.com/story.php?story_fbid=pfbid0xwDGFfhJRVE3WcT3t2DzioyXAGg8rAPz1WEV5zDJ2eA6HLAYZXKuKPrKxWvq95sRl&id=100083028984244&mibextid=Nif5oz

Related Articles

Leave a Reply

Your email address will not be published. Required fields are marked *

Back to top button