ຖຶກສຶກສາອົບຮົມແລ້ວ ຫຼັງໂພສລົງເຟສ໌

ຜູ້ໃຊ້ເຟສບຸກ ຊື່ ແອນນາ ສຸລິຍະ ໄດ້ເຜີຍແຜ່ລົງເຟສ ວ່າ: “ເຂົ້າຕໍາຫຼວດ 95 ລ້ານ ທໍ້ເດ” ຄວາມຈິງແລ້ວເຮັດເພື່ອເອົາຍອດວິວ ແລະ ຍອດແຊຣ໌
ພັກ-ລັດ, ກໍ່ຄືກະຊວງປ້ອງກັນຄວາມສະຫງົບ ເວລາໃດກໍ່ເອົາໃຈໃສ່ ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ກ່ຽວກັບເລ່ຫຼຽມກົນອຸບາຍ ການເຄື່ອນໄຫວແອບອ້າງແລ່ນເອົາຄົນເຂົ້າເຮັດວຽກ ນຳລັດ, ເຂົ້າທະຫານ, ເຂົ້າຕຳຫຼວດ
ເຊິ່ງສ້າງຄວາມເສຍຫາຍຕໍ່ຊັບສິນຂອງປະຊາຊົນເປັນຈຳນວນຫຼວງຫຼາຍ ແລະ ສ້າງຄວາມເສື່ອມເສຍໃຫ້ແກ່ພາບພົດບົດບາດການນໍາພາຂອງພັກ-ລັດ, ສ້າງຄວາມບໍ່ສະຫງົບພາຍໃນສັງຄົມ;
ໃນໄລຍະຜ່ານມາ ເຈົ້າໜ້າທີ່ກໍ່ໄດ້ດຳເນີນຄະດີ ຕໍ່ບຸກຄົນ ແລະ ກຸ່ມຄົນດັ່ງກ່າວຕາມກົດໝາຍຢ່າງເດັດຂາດ, ແຕ່ກໍ່ມີບາງເຫດການ ທີ່ເປັນການສ້າງກະແສຂຶ້ນມາຂອງຜູ້ຮູ້ເທົ່າບໍ່ເຖິງການ ແລະ ກຸ່ມຄົນບໍ່ດີຈຳນວນໜຶ່ງໄດ້ສວຍໃຊ້ໂອກາດດັ່ງກ່າວໂຈມຕີ-ໃສ່ຮ້າຍປ້າຍສີ ຕໍ່ແນວທາງຂອງພັກ-ລັດ, ຫວັງສ້າງຄວາມເສື່ອມເສຍໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ,
ດັ່ງເຫດການທີ່ມີຜູ້ໃຊ້ເຟດບຸກສ່ວນຕົວ ຊື່ Anna suriya ໄດ້ເຜີຍແຜ່ລົງ ໃນວັນທີ 17 ມີນາ 2023 ວ່າ: ເຂົ້າຕໍາຫຼວດ 95 ລ້ານ ທໍ້ເດ…..
ຫຼັງຈາກນັ້ນ, ກໍ່ໄດ້ມີຜູ້ໃຊ້ເຟສບຸກຈຳນວນຫຼາຍແຊຕໍ່ໆກັນ ເຮັດໃຫ້ ຜູ້ໃຊ້ສື່ສັງຄົມອອນລາຍເຂົ້າໃຈຜິດ ແລະ ສະແດງ ຄວາມຄິດເຫັນຕ່າງໆ ນາໆ ເຊິ່ງສ່ວນຫຼາຍແມ່ນຕໍານິ-ວິຈານ ຕໍ່ພັກ-ລັດ ແລະ ກໍາລັງປ້ອງກັນ ຄວາມສະຫງົບ.
ຕໍ່ກັບເຫດການດັ່ງກ່າວ, ຄະນະນໍາກະຊວງປ້ອງກັນຄວາມສະຫງົບ ໄດ້ມີທິດຊີ້ນໍາໃຫ້ ກົມໃຫຍ່ການເມືອງ ກະຊວງ ປກສ ສົມທົບກັບກອງບັນຊາການ ປກສ ແຂວງຫົວພັນ ລົງກວດກາ ແລະ ເກັບກຳຂໍ້ມູນຄວາມຈິງ ນ. ແອນນາ ສຸລິຍະ ເຊິ່ງຜູ້ກ່ຽວໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ:
“ຕົນເອງເປັນຄົນເຜີຍແຜ່ຂໍ້ມູນດັ່ງກ່າວແທ້ ເຫດຜົນທີ່ເຜີຍແຜ່ນັ້ນ ແມ່ນເຮັດ ເພື່ອຢາກໄດ້ຍອດຜູ້ເຂົ້າຊົມ ແລະ ຍອດຄອມເມັ້ນ, ໃນຄວາມຈິງແລ້ວຕົນເອງກໍ່ຢາກເຂົ້າເປັນພະນັກງານຕຳຫຼວດ ແຕ່ບໍ່ທັນໄດ້ສະໝັກ-ບໍ່ທັນຍື່ນຄຳຮ້ອງເທື່ອ ແລະ ບໍ່ເຄີຍຈ້າງເງິນເຂົ້າຕຳຫຼວດ 95 ລ້ານກີບແຕ່ຢ່າງໃດ”
ທ່ານ ພັອ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ໄດ້ກ່າວວ່າ:
ຕໍ່ກັບເຫດການທີ່ມີການເຜີຍແຜ່ລົງເຟສບຸກ ເຊິ່ງສ້າງຄວາມເສື່ອມເສຍໃຫ້ແກ່ກຳລັງ ປກສ ແຂວງຫົວພັນ ເວົ້າລວມກໍຄືກຳລັງປ້ອງກັນຄວາມສະຫງົບ.
ດັ່ງນັ້ນ, ພວກເຮົາຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງ ກໍ່ໄດ້ຮີບຮ້ອນລົງສົມທົບກັບ ປກສ ເມືອງແອດ ເພື່ອເກັບກຳຂໍ້ມູນລະອຽດ ຫາກພະນັກງານຄົນໃດມີການຮຽກເອົາເງິນ ຫຼື ສວຍໃຊ້ໜ້າທີ່ແອບອ້າງສໍ້ໂກງຊັບຂອງພົນລະເມືອງ ກໍ່ຈະໄດ້ປະຕິບັດວິໄນ ແລະ ດຳເນີນຄະດີຕາມລະບຽບກົດໝາຍ
ທ່ານ ພັອ ເພັດສອນ ອິນສຸພັນ ຍັງໄດ້ກ່າວຕື່ມວ່າ: ການບັນຈຸບຸກຄະລະກອນເຂົ້າເປັນກຳລັງປ້ອງກັນຄວາມສະຫງົບ ແມ່ນມີຫຼາຍຂັ້ນຕອນ, ມີການກວດກາຢ່າງລະອຽດ, ໂດຍບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ພາກສ່ວນໃດກໍ່ຕາມແລ່ນຮັບຈ້າງ ເພື່ອເອົາຄົນມາເຂົ້າເປັນກຳລັງປ້ອງກັນຄວາມສະຫງົບ ຢ່າງເດັດຂາດ
ຖ້າຫາກພໍ່ແມ່ປະຊາຊົນພົບເຫັນ ບຸກຄົນໃດ, ກຸ່ມຄົນໃດ ບໍ່ວ່າຈະເປັນພະນັກງານ, ທະຫານ, ຕຳຫຼວດ ທີ່ມີການເຄື່ອນໄຫວສະເໜີແລ່ນເອົາຄົນເຂົ້າກຳລັງໂດຍຮຽກຮ້ອງຄ່າໃຊ້ຈ່າຍ ຂໍໃຫ້ຊ່ວຍແຈ້ງຕໍ່ເຈົ້າໜ້າທີ່ ປກສ ເມືອງ, ປກສ ແຂວງ ຫຼື ເຈົ້າໜ້າທີ່ກ່ຽວຂ້ອງຢ່າງຮີບດ່ວນ ເພື່ອປ້ອງກັນ ແລະ ສະກັດກັ້ນ ຄວາມສູນເສຍທາງດ້ານຊັບສິນຂອງປະຊາຊົນ ໄດ້ທັນເວລາ, ພ້ອມທັງສາມາດປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ.
ສິ່ງສຳຄັນ, ພໍ່ແມ່ປະຊາຊົນ ທີ່ນຳໃຊ້ສື່ສັງຄົມອອນລາຍ ກໍ່ໃຫ້ມີສະຕິ, ຄິດລະອຽດກ່ອນເຜີຍແຜ່ ຖ້າຫາກເຜີຍແຜ່ຂໍ້ມູນທີ່ບໍ່ມີຄວາມຈິງ ອາດຈະເຮັດໃຫ້ຄົນບໍ່ດີນຳໄປສ້າງກະແສໃນທາງທີ່ບໍ່ດີ ເຊິ່ງຈະສົ່ງຜົນກະທົບຕໍ່ຕົນເອງ, ຕໍ່ຄອບຄົວ ແລະ ສ້າງຄວາມເສື່ອມເສຍຕໍ່ບົດບາດການນຳພາຂອງພັກ-ລັດ ແລະ ປະເທດຊາດ.ຂ່າວ: ກົມສື່ມວນຊົນ ປກສ#ລາວນິວສ໌