
ອິນເດຍ ເລີ່ມສັກຢາປ້ອງກັນໂຄວິດ-19ໃນວັນທີ16ມັງກອນນີ້ຂປລ.ລັດຖະບານ ອິນເດຍ ອອກຖະແຫລງການ ກ່ຽວກັບ ການເລີ່ມສັກຢາ ປ້ອງກັນ ໂຄວິດ-19(ວັກຊິນ)ໃຫ້ກັບ ບຸກຄະລາກອນ ທາງການແພດ ແລະ ເຈົ້າໜ້າທີ່ ປະຕິບັດງານແຖວໜ້າ ປະມານ 30 ລ້ານຄົນ ເປັນກຸ່ມ ທຳອິດ ໃນວັນທີ16ມັງກອນນີ້ ແລະ ກຸ່ມຕໍ່ໄປ

ຈະເປັນຜູ້ສູງອາຍຸ 50ປີຂຶ້ນໄປ ແລະ ກຸ່ມອາຍຸ 50ປີລົງມາ ທີ່ມີພະຍາດອື່ນ ປະມານ 2,7 ລ້ານຄົນ ຫລັງຈາກ ທ່ານ ເຣນທຣາ ໂມດີ,ນາຍົກລັດຖະມົນຕີ ອິນເດຍ ໄດ້ຕັ້ງເປົ້າສັກວັກຊິນ ໃຫ້ປະຊາຊົນ ແບບບໍ່ເສຍຄ່າ 300 ລ້ານຄົນ ຈາກທັງໝົດ 1,35 ພັນລ້ານຄົນ ໃນອິນເດຍ ໃຫ້ໄດ້ໃນເດືອນມີຖຸນາ ຫາເດືອນສິງຫາ ປີນີ້.
