ຂ່າວທົ່ວໄປ
ເຫດລົດໃຫຍ່ຕຳລົດຈັກແລ້ວຫນີ

#ເຫດລົດໃຫຍ່ຕຳລົດຈັກແລ້ວຫນີ(ເສຍຊີວິດ 1 ຄົນ #ຄໍຂາດ).
ໃນວັນທີ 30/03/2023 ເວລາ 23:20 ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າ ມີລົດໃຫຍ່ຕຳລົດຈັກແລ້ວຫນີ.
ລິ້ງຮູບ
ຈຸດເກີດເຫດແມ່ນເສັ້ນທາງບ້ານຊຳເກດ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.ໜ່ວຍກູ້ໄພມູນນິທິ 1623 ຈຶ່ງໄດ້ອອກກວດສອບພົບເຫັນຜູ້ເສຍຊີວິດ 1 ຄົນ.
ຂໍ້ມູນຜູ້ເສຍຊີວິດແມ່ນ ເພດຍິງ ອາຊີບພະນັກງານ ບ້ານຫນອງແຕ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.ອາການເບື້ອງຕົ້ນແມ່ນຄໍຂາດ,ຂາຫັກເບື້ອງຊ້າຍແລະແຂນຫັກທັງສອງເບື້ອງ(ເສຍຊີວິດຄາທີ່).
ດັ່ງນັ້ນທາງຫນ່ວຍກູ້ໄພມູນນິທິ1623 ຈຶ່ງໄດມ້ຽນສົບຜູ້ເສຍຊີວິດນຳສົ່ງຕອບຄົວແລະຍາດຕິພີ່ນ້ອງເພື່ອນຳໄປເຮັດພິທີທາງສາສະຫນາ
.ທາງຫນ່ວຍກູ້ໄພມູນນິທິ1623ຕ້ອງຂໍສະແດງຄວາມເສຍໃຈກັບຄອບຄົວແລະຍາດຕິພີ່ນ້ອງດ້ວຍກັບການສູນເສຍຄົນໃນຄອບຄົວໃນເຫດການຄັ້ງນີ້.
#YoulikeLao